ໃນວັນ 21 ມີຖຸນາ 2021ນີ້,ເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ນໍາເອົາລົດຈັກເວັບ100 ຈໍານວນ 8ຄັນ ທີ່ເກັບກູ້ໄດ້ຈາກຄະດີລັກຊັບພົນລະເມືອງມອບໃຫ້ເຈົ້າຂອງ ກ່າວມອບໂດຍ ພັຕ ພອນໄຊ ກຸນນຸວົງ ຮອງພະແນກຕຳຫຼວດ,ຜູ້ຊີ້ນຳວຽກງານສຶບສວນ-ສອບສວນ.ພັຕ ພອນໄຊ ກຸນນຸວົງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາໄດ້ມີເຫດການຄົນຮ້າຍໄດ້ເຄື່ອນໄຫວກໍ່ເຫດປຸ້ນຊັບ,ຊີງຊັບແລະລັກຊັບພົນລະເມືອງ(ລັກລົດຈັກ)ຢູ່ພາຍໃນນະຄອນ ໄກສອນ ພົມວິຫານ ເຮັດໃຫ້ເກີດ
ຜົນເສຍຫາຍຕໍ່ຊັບສິນຂອງປະຊາຊົນ ຈາກນັ້ນ,ເຈົ້າໜ້າທີ່ ປກສ ນະຄອນ ກໍໄດ້ລົງເກັບຂໍ້ມູນຫຼັກຖານໃນສະຖານເປົ້າໜາຍທີ່ເກີດເຫດ, ມາວັນທີ 18 ພຶດສະພາ 2021ໃນເວລາ 17ໂມງ ເຈົ້າໜ້າທີ່ ປກສ ນະຄອນ ຈຶ່ງໄດ້ກັກຕົວ ທ້າວ ພອນສະຫວັນ ຫຼື ອ້າຍ ອາຍຸ 35 ປີ ອາຊີບ ວ່າງງານ ບ້ານ ໄຊຍະພູມ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ.
ເຊິ່ງຜ່ານການສືບສວນ-ສອບສວນ ທ້າວ ພອນສະຫວັນ ຫຼື ອ້າຍ ສາລະພາບວ່າ: ໄດ້ເຄື່ອນໄຫວກໍ່ເຫດກະທຳຜິດຢູ່ພາຍໃນນະຄອນ ໄກສອນ ພົມວິຫານ ມີທັງໜົດຈຳນວນ29 ເຫດການຄື:ປຸ້ນຊັບ01ຄັ້ງ,ຊີ້ງຊັບ03ຄັ້ງ,ສໍ້ໂກງຊັບ01ແລະ ລັກຊັບຜົນລະເມືອງ24ຄັ້ງ ໃນນັ້ນໄດ້ລັກລົດຈັກ23ຄັ້ງ ເຊີ່ງຜູ້ກ່ຽວໄດ້ໃຊ້ມີດຈີ້ນາບຂູ່ປຸ້ນເອົາຊັບສິນຂອງສິນຂອງຜູ້ເສຍຫາຍຢູ່ຫ້ອງເຊົ່າຫຼັກ08ບ້ານ ອຸດົມວິໄລ ນະຄອນ ໄກສອນ ພົມວິຫານ,ໄດ້ຊີງຊັບດຶງກະເປົ໋າ ສອງແມ່ລູກຈົນເຮັດໃຫ້ລົດລົ້ມຢູ່ໜ້າພັດທະຄານ
ຮຸ່ງທິບບ້ານທ່າເມືອງ,ໄດ້ຮ່ວມກັບທ້າວ ວິຊຸນ ຫຼື ຕຸກ ຊີງຊັບ ໄດ້ດຶງເອົາກະເປົ໋າ ຢູ່ຮ້ານອາຫານໂຊກໄຊ ບ້ານ ໂພນສະຫວ່າງໃຕ້ ແລະດຶງເອົາເປົ໋າຢູ່ຮ້ານ ເຊີ້ ບ້ານ ໂນນສະຫວາດ ນະຄອນ ໄກສອນ ພົມວິຫານ,ໄດ້ສໍ້ໂກງຊັບໂດຍໃຊ້ຮູບການຕົວຢືມເອົາລົດຈັກ01ຄັນ ແລ້ວເອົາໄປຂາຍເລີຍ,ໄດ້ເຂົ້າໄປລັກນ໋ອດບຸກຂອງຄູບາຢູ່ກຸດຕິພາຍໃນວັດໃຫຍ່ໄຊຍະພູມ01ຄັ້ງ,ເຊິ່ງຜູ້ກ່ຽວແມ່ນໄດ້ເຄື່ອນໄຫວໂດຍການເລາະຫາລັກລົດຈັກໄດ້ທັງໜົດ23ຄັ້ງແລະຜົນເສຍຫາຍລົດຈັກຈຳນວນ23ຄັນ,ຊຶ່ງໄດ້ຮ່ວມກັບເມຍຊື່ ນາງ ກຸ້ງ ໄປລັກລົດຈັກຈຳນວນ02ຄັນອີກ.
ມາຮອດວັນທີ 2 ມີຖຸນາ 2021, ເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ປະສານສົມທົບກັບທຸກພາກສວນໄຕນຳລົດຈັກທີ່ທ້າວ ພອນສະຫວັນ ຫຼື ອ້າຍ ໄດ້ນຳໄປຂາຍມີຈຳນວນ 19 ຄັນ,ໄດ້ເຄື່ອງຂອງກາງລົດ ເກັບກູ້ຄືນມາໄດ້ຈຳນວນ08 ຄັນ ແລະທາງເຈົ້າໜ້າທີ່ ປກສ ນະຄອນ ຈຶ່ງໄດ້ກວດກາ ແລະໄດ້ມອບລົດຈັກຄືນຈຳນວນໜຶ່ງໃຫ້ເຈົ້າຂອງເດີມ.
ເຊິ່ງສ່ວນຜູ້ກະທຳຜິດແມ່ນຈະໄດ້ດຳເນີນຄະດີຕາມລະບຽບກົດໜາຍ ແລະສ່ວນພະຫະນະທີ່ຍັງເຫຼືອແມ່ນຈະໄດ້ສືບຕໍ່ໄຕນຳເກັບກູ້ຄືນເພື່ອສົ່ງຄືນໃຫ້ເຈົ້າຊັບຕໍ່ໄປ
ໃນໂອກາດນີ້,ພັຕ ພອນໄຊ ກຸນນຸວົງ ໄດ້ຮຽກຮ້ອງມາຍັງປະຊາຊົນ, ຊາວຄ້າຂາຍ ,ນັກ ຮຽນ-ນັກສຶກສາ ແລະ ຜູ້ປະກອບການຕ່າງໆ ໃຫ້ມີສະຕິວັງຕົວໃນການຮັກສາຊັບສິນຂອງຕົນ ເປັນຕົ້ນ ແມ່ນ ລົດຈັກ ໃຫ້ຈອດໄວ້ບ່ອນທີ່ມີຄວາມປອດໄພ; ພ້ອມທັງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນເຫດການບໍ່ດີ ໃຫ້ຮີບຮ້ອນລາຍງານຕໍ່ເຈົ້າໜ້າທີ່ ເພື່ອແກ້ໄຂເຫດການໃຫ້ທັນເວລາ.