ເຊົ້າວັນທີ 22 ມິຖຸນາ 2021, ທີ່ ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ໄດ້ມີການຕ້ອນຮັບເຮືອບິນໂບອິ້ງ C-17 ຈາກ ສ.ອາເມລິກາ ທີ່ໄດ້ນຳສົ່ງເຄື່ອງຊ່ວຍເຫຼືອຕ້ານ ໂ ຄ ວິ ດ ມູນຄ່າ 71,000 ໂດລາສະຫະລັດ ມາ ນະຄອນຫຼວງວຽງຈັນ ສປປ ລາວ
ນີ້ແມ່ນໜຶ່ງໃນການຊ່ວຍເຫຼືອໄລຍະຍາວຂອງການເປັນ ຄູ່ຮ່ວມມືແບບກວມລວມ ຂອງສະຫະລັດອາເມລິກາ ໃນການສ້າງຄວາມອາດສາມາດດ້ານສຸຂະພາບ ລວມໄປເຖິງການຕ້ານການແຜ່ລະບາດຂອງເຊື້ອພະຍາດ ໂ ຄ ວິ ດ ໃນປັດຈະບັນ ຢູ່ ສປປ ລາວ.
ກົມການບິນພົນລະເຮືອນ ໄດ້ອອກອະນຸຍາດໃຫ້ ຖ້ຽວບິນມອບເໝົາທາງການທູດ (USAF) ປະຕິບັດຖ້ຽວບິນ ດັ່ງມີລາຍລະອຽດລຸ່ມນີ້: : ເສັ້ນບິນ ຖານທັບອາກາດອາເມລິກາ ທີ່ ຄາເດນາ, (ຍີ່ປຸ່ນ) ✈︎ ວຽງຈັນ, ສປປ ລາວ – ຖານທັບອາກາດຄາເດນາ, ຍີ່ປຸ່ນ (RODN-VLVT-RODN), ຊະນິດເຮືອບິນ: C-17 Global Master III/USAF. ດັ່ງນັ້ນ, #ພະແນກຂົນສົ່ງທາງອາກາດ ແລະ #ກົມການບິນພົນລະເຮືອນ ປະສານຂ່າວອອກສູ່ສັງຄົມຜ່ານ ເພຈ #ແອໂຣລາວ #ເພຈຂ່າວການບິນ ,ຈຶ່ງແຈ້ງມາຍັງທຸກພາກສ່ວນເພື່ອຊາບ ແລະ ຂໍໃຫ້ທຸກພາກສ່ວນ ປະຕິບັດມາດຕະການຢ່າງເຄັ່ງຄັດ.
ແລະ ເຊັ່ນເຄີຍແຟນເພຈ AeroLaos ພວກເຮົາສາມາດຮັບຊົມການຖ່າຍທອດສົດເຊິ່ງຈະເລີ່ມແຕ່ຊ່ວງເວລາ 8:00am ຂອງວັນທີ 22 ມິຖຸນາ 2021, ຢ່າລືມກົດຕິດຕາມ ແລະ ແຊລ ໃຫ້ທີມງານພວກເຮົາແນ່ເດີ້.