ໜ້າເຫັນໃຈເນາະ ສັງເກດເຫັນຫຼາຍບຸກຄົນໃນຫຼາຍເດືອນຜ່ານມາ ປະກົດເຫັນບິນຄ່າໄຟຟ້າຮູ້ສຶກເພີ່ມຂື້ນໄປໜ້າ ທັ້ງທີ່ມີຂ່າວຈະຫຼຸດຄ່າໄຟຟ້າລົງໃຫ້ກັບປະຊາຊົນໃນຊ່ວງໂຄວິດ ແຕ່ແລ້ວພັດປະກົດເຫັນກົງກັນຂ້າມກັນ ຍັງບໍ່ເຫັນປະກົດການໃດທີ່ວ່າຄ່າໄຟຟ້າຫຼຸດລົງຈັກດີ່
ຢາກໃຫ້ພາກສ່ວນກ່ຽວຂ້ອງກວດກາຄືນວ່າເປັນຍ້ອນຫຍັງ ? ຍ້ອນພາກສ່ວນໃດ ? ສົງສານຜູ້ຫາເຊົ້າກິນຄ່ຳນ້າຈະພົບຄວາມລ່ຳບາກແນ່ນອນ ແນວໃດກໍ່ຕາມຂໍໃຫ້ສູ້ໆເດີ້ ຫວັງວ່າຂັ້ນເທິງຈະເຫັນໃຈແລະແກ້ໄຂໄວໆນີ້
ນີ້ແມ່ນຂໍ້ຄວາມ ຈາກໃຈອາສາ ສູນກູ້ໄພ ສະຫວັນນະເຂດ1629 ຂໍອະນຸຍາດສອບຖາມ…ຄ່າໄຟຟ້າ ຂອງສູນກູ້ໄພ ສະຫວັນນະເຂດ1629 ຈຸດຕົວເມືອງນະຄອນໄກສອນ ພວກເຮົາທຸກໆເດືອນທີ່ເຄີຍໃຊ້ ເດືອນ1ຄ່າໄຟຟ້າບໍ່ເຄີຍຮອດ1ລ້ານ ແຕ່ປະຈຸບັນໂຕເລກເພີ່ມຂື້ນເປັນຕາຫນ້າຕົກໃຈ ສະນັ້ນເອງ ຂໍສອບຖາມ ຍ້ອນສາເຫດຫຍັງຈື່ງ ໂຕເລກໃຊ້ຈ່າຍເພີ້ມຫລາຍຜິດປົກະຕິ ຖ້າຜິດພາດໃດກໍຂໍອະໄພ ຈາກໃຈອາສາ..
ຖ້າທ່ານໃດ ເຫັນໃຈ ຊ່ວຍຊຸກຍູ້ ຊ່ວຍເຫລືອບໍລິຈາກຊ່ວຍເຫລືອ ຄ່າໄຟຟ້າຊ່ວຍອາສາພວກເຮົາແນ່ ທຸກທ່ານ ເພາະອີງໃສ່ ງົບປະມານຄ່າໃຊ້ຈ່າຍ ພວກເຮົາບໍ່ພຽງພໍ ດັ່ງນັ້ນເອງຂໍຮ້ອງສັງຄົມຊຸກຍູ້ຊ່ວຍເຫລືອ