ທາງລົດໄຟ ລາວ-ຈີນ ເປັນຄວາມຫວັງອັນຍິ່ງໃຫຍ່ຂອງປະເທດເຮົາເມື່ອສ້າງສຳເລັດລາວເຮົາຈາກບໍ່ມີທາງອອກສູ່ທະເລຈະໄດ້ເປັນປະເທດທາງຜ່ານ, ປະຊາຊົນຈະມີລາຍໄດ້ມີໂອກາດໃນການຄ້າຂາຍຫຼາຍຂຶ້ນ ເນື່ອງຈາກມີຂະບວນລົດໄຟຊ່ວຍຂົນສົ່ງສິນຄ້າຈາກລາວໄປຈີນຕະຫຼາດທີ່ໃຫຍ່ສຸດໄດ້ງ່າຍ ແລະຫຼາຍຂຶ້ນຫຼາຍເທົ່າຕົວ.
ແລະສິ່ງໜຶ່ງທີ່ໜ້າພາກພູມໃຈສຸດ ບັນດາແຂວງທີ່ຢູ່ຕາມແລວທາງລົດໄຟຈະເດີນທາງຈາກນະຄອນຫຼວງໄປບ້ານ ຫຼື ມາຍັງນະຄອນຫຼວງວຽງຈັນງ່າຍແສນງ່າຍປະຢັດເວລາປະຢັດລາຍຈ່າຍລົງຫຼາຍສົມຄວນຖ້າທຽບໃສ່ປະຈຸບັນທີ່ຕ້ອງນັ່ງລົດເມຂ້າມວັນຂ້າມຄືນຈິ່ງຮອດຈຸດໝາຍປາຍທາງ.
ເອົາເປັນວ່າມື້ນີ້ແອັດມິນ Lao Social News ຈະມາອັບເດດຂໍ້ມູນເບື້ອງຕົ້ນກ່ຽວກັບລາຄາຂຶ້ນລົດໄຟ ເມື່ອສຳເລັດຈະຕົກເປັນເງິນເທົ່າໃດ ຖຶກຫຼືແພງ ເຊິ່ງລົດໄຟລາວ-ຈີນແມ່ນຈະແຍກເປັນຂະບວນໆ ໃນນັ້ນສຳລັບຂົນສົ່ງໂດຍສານຈະເລີ່ມ 08:00 ໂມງເຊົ້າ-21:00ໂມງແລງລາຄາສຸງສຸດບໍ່ເກີນ 100.000ກີບ (ພາຍໃນປະເທດ).
ອອກຈາກ ນະຄອນຫລວງ ວຽງຈັນ ຫາວັງວຽງນະຕອນນີ້ຖ້າໄປຕາມທາງທຳມະດາຂັບລົດຊ້າແດ່ກໍ່ຍັງຕ້ອງໃຊ້ເວລາເຖິງ ເຄິ່ງວັນການເດີນທາງ ແຕ່ຖ້າເສັ້ນທາງລົດໄຟສຳເລັດໃຊ້ພຽງ 1 ຊົ່ວໂມງເທົ່ານັ້ນກໍຮອດແລ້ວ.
ນອກຈາກນັ້ນ ຈາກນະຄອນຫຼວງວຽງຈັນຫຼວງພະບາງປະຈຸບັນເຮົາຕ້ອງນັ່ງລົດເປັນ 10 ຊົ່ວໂມງ(ຖ້າບໍ່ມີບັນຫາຫຍັງ) ແຕ່ເມື່ອທາງລົດໄຟມາແລ້ວພຽງ 2 ຊົ່ວໂມງ 30 ນາທີກໍ່ຮອດຈຸດໝາຍປາຍທາງແລ້ວ.
ເວົ້າຝັນ ນະຄອນຫຼວງວຽງຈັນ-ອຸດົມໄຊໃຊ້ເວລາພຽງແຕ່ 3 ຊົ່ວໂມງ 30 ນາທີ ແລະແຂວງຫຼວງນໍ້າທາ 4ຊົ່ວໂມງ 30ນາທີ ຖືວ່າຫຼັງເສັ້ນທາງລົດໄຟສຳເລັດ ໄທເຮົາເຈົ້າຂ້ອຍສາມາດໄປກິນເຂົ້າຢູ່ວັງວຽງຢູ່ຫຼວງພະບາງຄ່ອຍກັບມາກໍຍັງໄດ້ເລີຍ.
ສຳລັບເສັ້ນທາງລົດໄຟລາວ-ຈີນ ແມ່ນໂຄງການເຊື່ອມຕໍ່ ລະຫວ່່າງຍຸດທະສາດ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ແລະ ຍຸດທະສາດ “ການປ່ຽນແປງຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ມາເປັນປະເທດເຊື່ອມຕໍ່ (land lock to land link)” ຂອງລາວ, ພາກເໜືອແມ່ນເລີ່ມຈາກຈຸດຊາຍແດນລາວ-ຈີນ ບໍ່ເຕ່ນ ຫາ ນະຄອນຫລວງວຽງຈັນ, ມີຄວາມຍາວທັງໝົດ 422,4 ກິໂລແມັດ.
ເສັ້ນທາງລົດໄຟນີ້ ແມ່ນກໍ່ສ້າງຕາມມາດຕະຖານ ແລະ ເຕັກນິກ ຂອງສປ ຈີນ, ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນເສັ້ນທາງລົດໄຟຂັບເຄື່ອນໂດຍໄຟຟ້າທີ່ໃຊ້ສໍາລັບການຂົນສົ່ງສິນຄ້າ ແລະ ຜູ້ໂດຍສາຍ. ເລີ່ມການກໍ່ສ້າງໃນເດືອນ 12 ປີ 2016, ຕາມແຜນແມ່ນ ເດືອນ 12 ປີ 2021 ສໍາເລັດການກໍ່ສ້າງ ແລະ ລົດໄຟສາມາດຂັບເຄື່ອນໄດ້ເທິງລາງຢ່າງເປັນທາງການ.
ຕາມແຜນເສັ້ນທາງລົດໄຟຈະເປີດຢ່າງເປັນທາງການໃນວັນທີ 2 ທັນວາປີ 2021 ນີ້ ຖ້າບໍມີຫຍັງປ່ຽນແປງ