ຊ່ວຍເຫຼືອນ້ອງແດ່…!!! ນ້ອງຖືກລົດຕຳ ຂາຫັກ 2 ທ້ອນ ຍ້ອນຄອບຄົວທຸກຍາກ ໝົດເງີນຮັກສາແລ້ວ.

    0
    707

    ຂໍຄວາມຊ່ວຍເຫຼືອແນ່ ນາງ ພັດ , ອາຍຸ 20ປີ , ອາຊີບກຳມະກອນ, ຢູ່ບ້ານໂນນສະອາດ (ນະຄອນຫຼວງວຽງຈັນ) ເກີດອຸບັດຕິເຫດ ຖືກລົດໃຫຍ່ຕຳ ຂາຫັກສອງທ່ອນ, ຕັ້ງແຕ່ເດືອນກໍລະກົດ ປີ2020. ອາໄສຢູ່ນຳກັນ 3 ຄົນ, ນາງພັດ , ແມ່ລາວ ອາຍຸ 53 ປີແລະ ລູກຊາຍນາງພັດ ຫາກໍໄດ້ປີປາຍ , ເຈັບເປັນແບບນີ້ ຊ່ວຍເຫຼືອຕົນເອງບໍ່ໄດ້ ຈະເຂົ້າຫ້ອງນໍ້າແຕ່ລະຄັ້ງແມ່ນແມ່ໄດ້ອຸ້ມ ໄດ້ເຈ່ຍໄປ

    ມື້ໃດຝົນຕົກຟ້າລົມແຮງ ຝົນຮົ່ວແມ່ນປຽກໝົດເຮືອນ, ດິນກໍແມ່ນຂໍອາໄສເພິ່ນຢູ່ ຜ່າຕັດ 2 ຄັ້ງ ແລະ ປິ່ນປົວຈົນເງິນໝົດ ບໍ່ເຫຼືອຫຍັງ, ປັດຈຸບັນແມ່ນໄດ້ຂໍພຸ້ນ ຢຶມພີ້ກິນໄປແຕ່ລະມື້

    ທ່ານໝໍນັດໃຫ້ໄປຜ່າຕັດຄັ້ງທີ່3 ຄ່າໃຊ້ຈ່າຍສະເພາະຜ່າຕັດແມ່ນປະມານ 9ລ້ານກີບ ຍັງຄ່າຢາ ແລະ ຄ່າໂຮງໝໍອີກຕື່ມ , ພີ່ນ້ອງເພິ່ນກໍຂາດເຂີນ ເພິ່ນຊ່ວຍກັນສຸດກຳລັງແລ້ວ ຈົນແກ່ຍາວມາເປັນປີ ທາງໃດກໍໝົດແລ້ວ.

    ຫວັງວອນສັງຄົມເຫັນໃຈຊ່ວຍເຫຼືອ ໃຫ້ນາງພັດ ໄດ້ຜ່າຕັດ ແລະ ມີໂອກາດຫາຍດີເປັນປົກກະຕິ, ຈຶ່ງສາມາດເບິ່ງແຍງ ຊ່ວຍເຫຼືອຕົນເອງໄດ້ແລະຄອບຄົວຂອງລາວດ້ວຍເທີນເລກບັນຊີທະນາຄານການຄ້າ (ເງິນກີບ) : 164-12-00-01694954-001ຊື່ບັນຊີ : SOUPHALACK VILAYTHONG MS (ເລກບັນຊີຂອງພີ່ນ້ອງ)ຫຼື

    ສາມາດໄປມອບເຄື່ອງຊ່ວຍເຫຼືອ-ປັດໃຈ ຮອດເຮືອນໄດ້ທີ່ບ້ານ ໂນນສະອາດ, ເມືອງ ໄຊທານີ ,ຮ່ອມ11 , ຮ່ອມໜ້າໂຮງຮຽນມັດທະຍົມສົມບູນບ້ານໂນນສະອາດໂທ : 020 55771664 , 030 5758105 ຂໍຂອບໃຈລ່ວງໜ້າ. ທີ່ມາ:ມູນນິທິຮ່ວມໃຈ – Houamchai Foundation

    .

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.