ລັດວິສາຫະກິດການບິນລາວ ຫຼັງຈາກທີ່ປະກາດເລື່ອນການເປີດບິນໃນຊຸດແລ້ວນີ້ ຫຼ້າສຸດໄດ້ແຈ້ງໃໝ່ຈະກັບມາໃຫ້ບໍລິການຖ້ຽວບິນພາຍໃນປະເທດເລີ່ມຕັ້ງແຕ່ວັນທີ 25 ມິຖຸນາ 2021 ນີ້ “ພາຍໃຕ້ມາດຕະການຄວາມປອດໄພ”ຕາມທີ່ຄະນະສະເພາະກິດໄດ້ວາງອອກຢ່າງເຂັ້ມງວດ !!
ໃນນັ້ນມີ 5 ແຂວງທີ່ການບິນລາວຈະເລີ່ມບິນນັບແຕ່ວັນທີ 25 ມິຖຸນາເປັນຕົ້ນໄປໄດ້ແກ່ ແຂວງຊຽງຂວາງ, ອຸດົມໄຊ, ຫຼວງພະບາງ, ຈຳປາສັກ ແລະຫຼວງນ້ຳທາ ຈາກນັ້ນວັນທີ 2 ກໍລະກົດຈິ່ງເລີ່ມບິນໄປສະຫວັນນະເຂດ.
ແນວໃດກໍ່ຕາມການທີ່ສາຍການບິນເປີດໃຫ້ບໍລິການນີ້ແມ່ນມີຂໍ້ຈຳກັດບາງຢ່າງທີ່ຜູ້ໂດຍສານຕ້ອງມີຈິ່ງສາມາດຂຶ້ນຍົນໄດ້ ອັນສຳຄັນແມ່ນຜູ້ທີ່ໄດ້ຮັບວັກຊີນຄົບ 2 ເຂັມ ມີບັດຢັ້ງຢືນການສັກວັກຊີນ ແລະ ບັດປະຈໍາຕົວ ຫຼື ຫນັງສືເດີນທາງ (PASSORT) ຕໍ່ເຈົ້າຫນ້າທີ່ການບິນ.
ອີງຕາມແຈ້ງການຂອງຄະນະສະເພາະກິດ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ ປະຊາຊົນລາວ, ຄົນຕ່າງດ້າວ ແລະ ຊາວຕ່າງປະເທດທີ່ມີຈຸດປະສົງຈະເດີນທາງເຂົ້າ-ອອກນະຄອນຫຼວງວຽງຈັນ ຕ້ອງມີໃບສະເຫນີຂອງຕົນໂດຍຜ່ານອົງການປົກຄອງບ້ານ ຫາ ພະແນກສາທາລະນະສຸກ ຫຼື ຄະນະສະເພາະກິດ ນະຄອນຫຼວງວຽງຈັນ.
ສໍາລັບບຸກຄົນທີ່ບໍ່ອະນຸຍາດໃຫ້ເດິນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນແມ່ນຜູ້ທີ່ຢູ່ເຂດບ້ານແດງ, ຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ, ຜູ່ຖືກຈໍາກັດບໍລິເວນ ແລະ ຜູ້ປິ່ນປົວຫາຍດີຈາກພະຍາດໂຄວິດ-19 ທີ່ຈໍາກັດບໍລິເວນບໍ່ຄົບ 14 ມື້.
ໃນການປະກອບເອກະສານ: ໃບສະເຫນີຂໍອະນຸຍາດໃຫ້ມີຂໍ້ມູນຈະແຈ້ງ: ຊື່ ແລະ ນາມສະກຸນ, ອາຍຸ, ອາຊີບ, ທີ່ຢູ່ປະຈຸບັນ (ບ້ານ, ເມືອງ, ແຂວງ) ຫຼື ບ່ອນເຮັດວຽກ, ຈຸດປະສົງການເດີນທາງ ເຊັ່ນ (ໄປປະຕິບັດຫນ້າທີ່ທາງການ, ໄປວຽກໂຄງການ, ໄປທໍາການຜະລິດ, ໄປຂົນສົ່ງສິນຄ້າ-ສະບຽງອາຫານ, ພີ່ນ້ອງເຈັບເປັນ-ເສຍຊີວິດ, ໄປໂຮງຫມໍ, ກັບຄົນພູມລໍາເນົາ ສໍາລັບຄົນຕ່າງແຂວງຄ້າງຢູ່ນະຄອນຫຼວງ), ສະຖານທີ່ຈະເດີນທາງໄປ (ບ້ານ, ເມືອງ, ແຂວງ), ພາຫະນະທີ່ຈະນໍາໃຊ້ (ຢີຫໍ້, ປະເພດ, ສີ ແລະ ເລກທະບຽນ); ເອກະສານເພີ່ມເຕີມ: ສໍາເນົາບັດປະຈໍາຕົວ ຫຼື ປື້ມສໍາມະໂນຄົວ, ໃບຢັ້ງຢືນທີ່ຢູ່ ຫຼື ຂໍ້ຕົກລົງແຕ່ງຕັ້ງໄປວຽກທາງການ, ສໍາເນົາໃບທະບຽນລົດ, ສໍາລັບຄົນຕ່າງປະເທດ ຕ້ອງມີເອກະສານຢັ້ງຢືນການອະນຸຍາດເຂົ້າມາ ສປປ ລາວ, ສໍາເນົາ PASSTORT, ໃບຢັ້ງຢືນການຈໍາກັດບໍລິເວນຄົບ 14 ວັນ, ໃບຢັ້ງຢືນຜົນກວດໂຕວິດ-19.