ກໍ່ຕົ້ນໝາກມ່ວງນັ້ນສຳຄັນ ຈຳເປັນຕ້ອງໄດ້ຍາມເຖິງ 24 ຊົ່ວໂມງເພາະຢ້ານຖືກລັກ

    0
    421

    ຄູ່ຜົວເມຍຊາວອິນເດຍຄູ່ໜຶ່ງ ໄດ້ຈ້າງເຈົ້າໜ້າທີ່ 4 ຄົນ ແລະ ໝາ 6 ໂຕເພື່ອເບິ່ງຕົ້ນໝາກມ່ວງຫາຍາກ 24 ຊົ່ວໂມງເພາະຢ້ານຖືກລັກ.ກາຍເປັນກະແສໃນສື່ສັງຄົມອອນລາຍ ເມື່ອຄູ່ຜົວເມຍຈາກ Madhya Pradesh, ປະເທດອິນເດຍ, ພວກເຂົາໄດ້ຈ້າງເຈົ້າໜ້າທີ່ຮັກສາຄວາມປອດໄພ ( ລປພ )4 ຄົນ ແລະ ໝາ 6 ໂຕ

    ເພື່ອປົກປ້ອງຕົ້ນໝາກມ່ວງສອງຕົ້ນທີ່ມີໝາກມ່ວງ 7 ໜ່ວຍ.ເຫດຜົນທີ່ຫຼີ້ນໃຫຍ່ປານນີ້ເພາະວ່າມັນບໍ່ແມ່ນຕົ້ນໝາກມ່ວງທຳມະດາ ແຕ່ມັນແມ່ນໝາກມ່ວງທີ່

    ຫາຍາກທີ່ສຸດແລະມີລາຄາແພງທີ່ສຸດໃນໂລກ,ນັ້ນກໍ່ຄື“ ໝາກມ່ວງໄທໂຍໂນະ ທາມາໂກະ” ເຊິ່ງເປັນ ໝາກ ມ່ວງທີ່ມີຊື່ສຽງຈາກແຂວງ ມິຍາຊາກິ, ປະເທດຍີ່ປຸ່ນ, ຫຼື

    ເປັນທີ່ຮູ້ຈັກ “ໝາກມ່ວງໄຂ່ຕາເວັນ”ທຳ ອິດພວກເຂົາຕື່ນຕົກໃຈຫຼາຍ. ເມື່ອເຫັນໝາກມ່ວງສີແປກແຕ່ຫລັງຈາກຄົ້ນຫາຂໍ້ມູນ ກໍຮູ້ວ່າຕົ້ນໝາກມ່ວງມີລາຄາແພງແລະຫາຍາກຫຼາຍປານໃດ. ມັນສາມາດຂາຍໄດ້ເຖິງ 270,000 ຮູເບີນ (ປະມານ 35ລ້ານກີບ) ຕໍ່ກິໂລແລະ 21,000 ຮູເບີນ (ປະມານ 2ລ້ານ5ແສນກີບ) ຕໍ່ໜ່ວຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.