ຮູ້ໄວ້ໄດ້ປະໂຫຍດ…!!! 14 ຕົ້ນໄມ້ມົງຄົນ ທີ່ຄວນປູກໄວ້ຂ້າງເຮືອນຊ່ວຍເສີມບາລາມີ.

    0
    1364

    ຕົ້ນໄມ້ມົງຄົນ 14 ຊະນິດ ທີ່ຄວນປູກໄວ້ຂ້າງເຮືອນຊ່ວຍເສີມບາລາມີ ມີຕົ້ນຫຍັງແດ່ໄປເບິ່ງເລີຍ:

    1. ຕົ້ນໝາກຍົມ
    ດ້ວຍຊື່ ໝາກຍົມ ຕາມຄວາມເຊື່ອບູຮານເຊື່ອງກັນວ່າ ການປູກຕົ້ມໝາກຍົມຈະເຮັດໃຫ້ຄົນນິຍົມຊົມຊອບ, ມີຄົນຮັກ, ມີຊື່ສຽງ ບໍ່ມີຄົນຄິດຮ້າຍຫຼືເປັນສັດຕູນັ້ນເອງ ແລະ ຫາກປູກຕົ້ນໝາກຍົມໄວ້ທາງທິດຕາເວັນຕົກຈະຊ່ວຍປ້ອງກັນວິນຍານຮ້າຍ

    2. ຕົ້ນກວນອິມ
    ເຊື່ອກັນວ່າຕົ້ນກວນອີມເງິນກວນອີມຄຳເປັນຕົ້ນໄມ້ສັກສິດ ແລະ ມັກຈະໃຊ້ຕົ້ນໄມ້ທັງສອງຊະນິດນີ້ມາປະກອບໃນພິທີບູຊາເຊື່ອກັນວ່າເມື່ອປູກກວນອີມໃນບ້ານຈະເກີດເປັນສິລິມົງຄຸນໃຫ້ມີຖານະດີມີຄວາມລໍ່າລວຍຍິ່ງຂຶ້ນ

    3. ຕົ້ນກະດັງງາ
    ດ້ວຍຊື່ທີ່ເປັນມົງຄຸນເຊື່ອກັນວ່າການປູກຕົ້ນກະດັງງາເຮັດໃຫ້ຄົນໃນບ້ານມີຊື່ສຽງໂດງດັງເປັນຜູ້ມີໜ້າມີຕາມີເງິນມີຄຳມີຕຳແໜ່ງ
    – ຄວນປູກໃນວັນພຸດໄວ້ທາງທິດຕາເວັນອອກຂອງເຮືອນ ເພື່ອໃຫ້ແສງຕາເວັນສາດສ່ອງຈະຊ່ວຍໃຫ້ຊື່ສຽງກະຈາຍໄປທົ່ວ

    4. ຕົ້ນໝາກມ່ວງ
    ນອກຈາກຈະໃຫ້ຮົ່ມເງົາ ແລະ ໝາກທີ່ແຊບແລ້ວ ໝາກມ່ວງຍັງເປັນຕົ້ນໄມ້ມົງຄຸນທີ່ມີຄວາມເຊື່ອມາຕັ້ງແຕ່ບູຮານວ່າຈະເຮັດໃຫ້ຜູ້ຢູ່ອາໄສໃນເຮືອນລຳລວຍຂຶ້ນ ແລະ ຍັງຊ່ວຍປ້ອງກັນບໍ່ໃຫ້ຄົນອື່ນມາຕວັະໄດ້
    – ຄວນປູກຕົ້ນໝາກມ່ວງໄວ້ທາງທິດໃຕ້ຂອງເຮືອນ

    5. ຕົ້ນໝາກມີ້
    ການປູກຕົ້ມໝາກມີ້ຈະເຮັດໃຫ້ຜູ້ຢູ່ອາໄສໄດ້ຮັບການສະໜັບສະໜູນ ມີຄົນຄອຍອຸປະຖຳອຸດໜູນຈຸນເຈືອຄອຍໃຫ້ຄວາມຊ່ວຍເຫຼືອສາມາດປ້ອງກັນອັນຕະລາຍ ແລະ ຄົນໃສ່ຮ້າຍປ້າຍສີ

    6. ຕົ້ນໝາກຂາມ
    ປູກເພື່ອຕ້ອງການໃຫ້ຜູ້ອື່ນເກງຂາມເພາະເຊື່ອກັນວ່າ ຕົ້ນໝາກຂາມຈະເຮັດໃຫ້ຜູ້ຢູ່ອາໄສມີຄວາມເກງໃຈ ແລະ ເຮັດໃຫຜູ້ອື່ນຮັກ ນອກຈາກນີ້ຍັງຊ່ວຍປ້ອງກັນຄະດີຄວາມການຜິດຖຽງ ແລະ ວິນຍານຮ້າຍ
    – ແນຳນຳໃຫ້ປູກຕົ້ນໝາກຂາມໄວ້ທາງທິດຕາເວັນຕົກ

    7. ຕົ້ນຄູນ
    ຊຶ່ງເປັນຕົ້ນໄມ້ທີ່ເດັ່ນດອກສີເຫຼືອງເປັນພວງສວຍງາມເຊື່ອກັນວ່າຈະຊ່ວຍໃຫ້ຜູ້ທີ່ຢູ່ອາໄສໃນເຮືອນມີຄວາມຈະເລີນຮຸ່ງເຮືອງເປັນທະວີຄູນ ມີກຽດສັກສີ ໃບກໍ່ມັກຈະຖືກນຳໄປໃຊ້ທາງພິທີການທາງສາດສະໜາຄົນຈຶ່ງເຊື່ອວ່າເປັນຕົ້ນໄມ້ທີ່ມີຄວາມສັກສິດຫຼາຍ
    – ປູກໄວ້ທິດຕາເວັນຕົກສຽງໃຕ້ຂອງເຮືອນ

    8. ຕົ້ນກ້ວຍ
    ສະໄໝກ່ອນນິຍົມປູກໄວ້ໃນເຮືອນກັນຢ່າງຫຼາຍ ສາມາດນຳສ່ວນຕ່າງໆຂອງຕົ້ນກ້ວຍທັງໝາກປີ, ລຳຕົ້ນ, ໝາກ, ໃບເປັນຕົ້ນມາເຮັດເປັນປະໂຫຍດໄດ້ຫຼາຍຢ່າງ ທັງຍັງມີຄວາມເຊື່ອວ່າຈະຊ່ວຍໃຫ້ການເຮັດວຽກບໍ່ມີບັນຫາຄິດສິ່ງໃດເຮັດສິ່ງໃດກໍ່ງ່າຍ
    – ປູກຕົ້ນກ້ວຍໄວ້ທາງທິດຕາເວັນອອກຂອງເຮືອນ

    9. ຕົ້ນໄຜ່
    ເປັນຕົ້ນໄມ້ມົງຄຸນມີຄວາມເຊື່ອວ່າ ຕົ້ນໄຜ່ຈະເຮັດໃຫ້ຄົນໃນຄອບຄົວເກີດຄວາມສາມັກຄີບໍ່ແຕກແຍກຮັກກັນ ແລະ ກັນຕົ້ນໄຜ່ຍັງເປັນຕົ້ນໄມ້ທີ່ອ່ອນຕາມລົມຈະເຮັດໃຫ້ເປັນຄົນອ່ອມນອມຖ່ອມຕົນ

    ຖ້າປູກຕົ້ນໄຜ່ຊ່າງຄຳຈະຊ່ວຍໃຫ້ສະມາຊິກໃນເຮືອນປະສົບຄວາມສຳເລັດຮໍ່າລວຍເງິນຄຳ ແລະ ມີຄວາມສຸກທົ່ວໜ້າ ເພາະຊື້ຕົ້ສີສຸກໄປຄ່ອງກັບຄຳອວຍພອນທີ່ວ່າ ” ມັງສີລິສຸກ ” ນັ້ນເອງ

    ແລະຕາມຕຳລາຮ່ວງຈຸ້ຍຂອງຈີນບອກໄວ້ວ່າຕົ້ນໄຜ່ເປັນສັນຍາລັກຂອງຄວາມສະງ່າເໜືອທຳມະຊາດ ຫາກປູກໄວ້ໃກ້ເຮືອນຈະເສີມມົງຄົນໃຫ້ຜູ້ທີ່ຢູ່ອາໃສໃຫ້ລຳລວຍ

    – ຄວນປູກໄວ້ແຄມຮົ້ວຂອງເຮືອນຫຼືບໍລິເວນທີ່ໂລ່ງກວ້າງໃຫ້ຕົ້ນໄຜ່ແຕກໜໍ່ຈະເລີນງອກງາມແລະຄວນປູກໄວ້ທາງທິດຕາວັນອອກເພື່ອໃຫ້ຕົ້ນໄຜ່ໄດ້ຮັບແສງແດດຍາມເຊົ້າ

    10. ຕົ້ນວາດສະໜາ
    ເຊື່ອກັນວ່າຫາກເຮືອນໃດປູກຕົ້ນວາດສະໜາຈະເຮັດໃຫ້ມີຄວາມສຸກ ຄວາມສົມຫວັງໃນຊີວິດແລະເປັນຕົ້ນໄມ້ແຫ່ງໂຊກລາບຖືເປັນດອກໄມ້ສ່ຽງທາຍຈະເຮັດໃຫ້ມີໂຊກລາບປາຖາໜາສີ່ງໃດກໍ່ຈະໄດ້ດັ່ງສົມຫວັງ

    – ຕາມຕຳລາໃຫ້ປູກທາງທິດຕາເວັນອອກສ່ຽງເໜືອ ແລະ ເນື່ອງຈາກຕົ້ນວາດສະໜາເປັນຕົ້ນໄມ້ທີ່ໃຫ້ປະໂຫຍດທາງໃບຈີ່ງຄວນປູກໃນວັນອັງຄານໂດຍໃຫ້ຜູ້ຍິງເປັນຜູ້ປູກຈະດີທີ່ສຸດ

    11. ຕົ້ນແກ້ວ
    ມີຈຸດເດັ່ນດອກສີຂາວສົ່ງກີ່ນຫອມກວນໃຈ ນິຍົມປູກໄວ້ແຄມຮົ້ວເຮືອນຫຼືປູກເພື່ອປະດັບພາຍນອກອາຄານກໍ່ໄດ້”ແກ້ວ”ໝາຍເຖິງສີ່ງທີ່ມີຄ່າທີ່ຄົນນັບຖືບູຊາປຽບໄດ້ກັບຂອງມີຄ່າສູງດັ່ງດວງແກ້ວ

    ເຮັດໃຫ້ເກີດຄວາມເຊື່ອທີ່ວ່າ ຫາກປູກຕົ້ນແກ້ວໄວ້ປະຈຳເຮືອນຈະເຮັດໃຫ້ສະມາຊິກໃນບ້ານເປັນຄົນມີຈິດໃຈບໍລິສຸດເໜືອແກ້ວມີຄວາມເບີກບານໃຈແລະມີຄວາມຮັກດັ່ງແກ້ວຕາດວງໃຈນັ້ນເອງ
    – ແນະນຳໃຫ້ປູກໃນວັນພຸດແລະປູກໄວ້ທາງທິດຕາເວັນອອກ

    12. ຕົ້ນເຂັມ
    ເຊີ່ງໃຊ້ປະກອບໃນການເຮັດພິທີໄຫວ້ຄູ ເປັນສັນຍາລັກຄວາມສະຫຼາດຫຼັກແຫຼມປຽບກັບເຂັມທີ່ແຫຼມຄົມແລະເຊື່ອວ່າຈະເຮັດໃຫ້ສະມາຊິກໃນເຮືອນມີຄວາມສຸກແລະຊ່ວຍໃຫ້ມີໄຫວພິບເອົາຕົວລອດໄດ້ດີ
    – ໃຫ້ຄົນທີ່ກຳລັງສຶກສາຮ່ຳຮຽນເປັນຜູ້ປູກໂດຍເລືອກປູກໄປທາງທິດຕາເວັນອອກແລະປູກວັນພຸດ

    13. ຕົ້ນບານບໍ່ຮູ້ໂລຍ
    ເປັນຊື້ມົງຄົນໝາຍເຖິງຄວາມຢັ້ງຢືນ ອົດທົນ ແລະບໍ່ຍໍ່ທໍ້ຊ່ວຍໃຫ້ຜູ້ຢູ່ອາໃສແລະຄູ່ຮັກມີຄວາມຜູກພັນໝັ່ນຄົງຕໍ່ກັນໄປດົນໆປະສະຈາກຄວາມໂລຍລາ
    – ຄວນປູກໃນວັນພຸດ

    14. ດອກໂປ໊ຍຊຽນ
    ເຊື່ອວ່າຈະນຳໂຊກລາບມາໃຫ້ ຈະເຮັດໃຫ້ຄອບຄົວສະຫງົບສຸກແລະເປັນຕົ້ນໄມ້ສ່ຽງທາຍຫາກເຮືອນປູກອອກດອກໄດ້ 8 ດອກກໍ່ຈະມີໂຊກລາບເງີນຄຳ ໄດ້ເລື່ອນຍົດຕຳແໜ່ງແລະປ້ອງກັນຄຸ້ມຄອງຜູ້ທີ່ເປັນເຈົ້າຂອງ
    – ປູກທ່ງທິດຕາເວັນອອກສ່ຽງໃຕ້ແລະປູກວັນພຸດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.