ນະຄອນຫຼວງ ອະນຸຍາດໃຫ້ເປິດຕະຫຼາດນັດສວນເຈົ້າອານຸວົງ, ສ່ວນທ່ານໃດຈະເດີນທາງເຂົ້າ-ອອກ ນະຄອນຫຼວງ ຕ້ອງມີໃບຢັ້ງຢືນການຮັບວັກຊີນຄົບ 2 ເຂັມ.ທ່ານ ດຣ. ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ (ນວ) ຕ່າງໜ້າຄະນະສະເພາະກິດນະຄອນຫຼວງວຽງຈັນ ກ່າວເນື່ອງໃນໂອກາດເຂົ້າຮ່ວມຖະແຫຼງຂ່າວການລະບາດຂອງເຊື້ອພະຍາດໂຄວິດ-19 ປະຈຳວັນທີ 20 ມິຖຸນາ 2021 ບາງຕອນວ່າ: ມາດຕະການປ້ອງກັນ, ຄວບຄຸມ
ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ 20 ມິຖຸນາ ເຖິງ 4 ກໍລະກົດ 2021 ໂດຍແມ່ນໃຫ້ເອົາໃຈໃສ່ປະຕິບັດບາງມາດຕະການຄື: ໃຫ້ເອົາໃຈໃສ່ປະຕິບັດຕາມຄຳສັ່ງ ແລະ ແຈ້ງການຢ່າງເຂັ້ມງວດ; ໃຫ້ເອົາໃຈໃສ່ຄົ້ນຫາຜູ້ຕິດເຊື້ອມາປິ່ນປົວ ແລະ ຄົ້ນຫາຜູ້ໃກ້ຊິດຜູ້ຕິດເຊື້ອມາເກັບຕົວຢ່າງ ພ້ອມຈຳກັດບໍລິເວນ, ພ້ອມນີ້ສືບຕໍ່ສັກວັກຊີນໃຫ້ກຸ່ມເປົ້າໝາຍໃຫ້ບັນລຸຄາດໝາຍ; ເປີດຮ້ານຕັດຜົມ, ຮ້ານເສີມສວຍ ໃຫ້ຕັດແຕ່ຜົມ ແລະ ສະຜົມ
ພ້ອມເຮັດເລັບ. ບໍ່ໃຫ້ນວດໜ້າ, ແລະ ຄວັດຂີ້ຫູ, ຜູ້ຕັດ ແລະ ຜູ້ໄປໃຊ້ບໍລິການຕ້ອງປະຕິບັດມາດຕະການປ້ອງກັນ; ສ່ວນຕະຫຼາດນັດແຄມຂອງສວນເຈົ້າອານຸວົງ ແລະ ບ່ອນອື່ນໆ ແມ່ນໃຫ້ເປີດບໍ່ໃຫ້ເກີນ 22:00 ໂມງ.ທ່ານໃດຈະໄປອອກກຳລັງກາຍນອກສະຖານທີ່ ແມ່ນໃຫ້ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ; ຫ້າມຕັ້ງວົງຊຸມແຊວທາດເຫຼົ້າ; ຫ້າມຂາຍເຄື່ອງຢູ່ສະໜາມຫຼວງເດັດຂາດ; ບໍ່ອະນຸຍາດໃຫ້ເປີດສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ; ການເດີນທາງເຂົ້າອອກ ນວ ຕ້ອງໄດ້ຮັບ
ການອະນຸຍາດຈາກຄະນະສະເພາະກິດແຕ່ລະຂັ້ນ; ສຳລັບທ່ານໃດທີ່ເປັນປະຊາຊົນທົ່ວໄປຈະເດີນທາງເຂົ້າອອກນະຄອນຫຼວງວຽງຈັນແມ່ນໃຫ້ເຂົ້າ-ອອກໄດ້ ແຕ່ຕ້ອງມີໃບຢັ້ງຢືນການສັກວັກແຊງຄົບ 2 ເຂັ້ມມາຢືນຢັນ. ຫາກແມ່ນນັກການທຸດ ແລະ ຊຽວຊານ ແລະ ວິຊາການ ແມ່ນໃຫ້ມີໃບສະເໜີຈາກອົງການ ແລະ ສະຖານທູດຂອງ
ຕົນ, ຈາກອົງການຈັດຕັ້ງຂອງຕົນ ; ເຮືອທີ່ອອກໄປທຳການຜະລິດ ແລະ ຊອກກິນ ແມ່ນອະນຸຍາດແຕ່ 8:00-18:00 ໂມງ; ການຂົນສົ່ງທຸກປະເພດ ຜູ້ໂດຍສານຕ້ອງໄດ້ຮັບວັກແຊງຄົບ 2 ເຂັ້ມ, ບ່ອນນັ່ງຕ້ອງຈັດໃຫ້ຫ່າງກັນຢ່າງໜ້ອຍ 1 ແມັດ ພ້ອມແທກອຸນຫະພູມ ແລະ ໃສ່ຜ້າປິດປາດ-ດັງ.