6 ວິທີເອົາຕົວລອດເຖິງວ່າເງິນເດືອນຈະໜ້ອຍ ໃນຍຸກເສດຖະກິດບໍ່ດີ

    0
    438

    1 ແບ່ງເງິິນເປັນສ່ວນເອົາໄວ້
    ເພາະຕັ້ງແຕ່ຕົ້ນເດືອນສຶ່ງໜຶ່ງເລີຍທີ່ເຮັດໃຫ້ທ່າບໍ່ເງິນເກັບ ເຫດຜົນຄຶ ເມື່ອທ່ານໄດ້ເງິນເດືອນທ່ານຂາດການວ່າງແຜ່ນໃນການນຳໃຊ້ເງິນ ມາຮູ້ຕົວກໍຕອນທີ່ໃຊ້ເງິນໝົດໄປແລ້ວ
    ຫາກໄດ້ເງິນເດືອນມາສິ່ງທຳອິດທີ່ທ່ານຕ້ອງເຮັດຄືການທີ່ແບ່ງເງີນທີ່ຕ້ອງຈ່າຍປະຈຳອອກໄວ້ ຢ່າງເຊັ່ນ: ຄ່ານ້ຳ,ຄ່າໄຟ,ຄ່າອອກຕະຫຼາດ ເປັນຕົ້ນ.

    2 ແຕ່ງກິນໄປກິນເອງຢູ່ຫ້ອງການ
    ໃຜທີ່ຢາກປະຫຍັດຄ່າໃຊ້ຈ່າຍ ວິທີນີ້ຖືວ່າໄດ້ຜົນຫຼາຍ ທ່ານລອງເຮັດວິທີ່ນີ້ລອງເບິ່ງພຽງເດືອຮດຽວທ່ານກໍຈະເຫັນຜົນລັບທັນຕາແນ່ນອນ

    3 ໄລະຍະທາງຖ້າບໍ່ໄກລອງປ່ຽນວິທີ່ການເດີນທາງ
    ຫາກໄລຍະທາງໃກ້ໆປົກະຕິໃຊ້ລົດໃຫ່ຍລອງປ່ຽນມາເປັນລົດຈັກແທນ ຫຼື ເຄີຍໃຊ້ລົດຈັກລອງປ່ຽນມາເປັນຍ່າງແທນ ( ຫາກໃກ້ອີຫຼີ )

    4 ບໍ່ຕ້ອງສັ່ງເຄື່ອງຈົນເກີນເຫດ
    ແນ່ນອນຄົນສ່ນຫຼາຍຫຼັງເງິນເດືອນອອກໃນໃຈມັກຈະມີແນວຢາກໄດ້ໄປໝົດ ແບບໃຫ້ເຫດຜົນວ່າໃຫ້ກຳໄລກັບຊີວິດແດ່ ແຕ່ທ້າຍເດືອນມາແລ້ວຕ້ອງຮ້ອງອອກປາກກ່ຽວກັບການເງິນ.

    5 ລອງຊອກຫາເຄື່ອງຫຼຸດລາຄາ
    ບາງທີ່ມັນອາດເປັນອີກທາງທີ່ປະຫຍັດລາຍຈ່າຍໃຫ້ທ່ານ ແຕ່ກໍບໍ່ໝາຍຍວ່າຈະຊອກຫາເຄື່ອງທີ່ບໍ່ມີຄຸນນະພາບຈົນເກີນໄປ ແຕ່ຫາກລອງຂອກຫາສິ່ງທີ່ມັນແທນກັນໄດ້ ແຕ່ລາຄາມັນພໍຟັງ,

    6 ຢຸດນິໄສມັກກິນຈຸກຈິກ
    ເຄີຍສັງເກດບໍ່ວ່າເົາຕ້ອງເສຍເງິນໄປເທົ່າໃດຕໍ່ເດືອນກັບການກິນພຽງເລັກໆນ້ອຍຕໍ່ມື້ ແຈ່ທ່ານລອງບັນທຶກທູກຄັ້ງທ່ານຈະຮູ້ວ່າແຕ່ລະເດືອຮນັ້ນເຮົາໝົດໄປກັບມັນເປັນເງິນຈຳນວນທີ່ຕ້ອງຮ້ອງວ້າວຫຼາຍປານນີ້ພຸ້ນຫວາເລີຍແຫລະ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.