ດວງລາຍວັນປະຈຳວັນທີ 20 ມີຖຸນາ 2021 ການງານ ການເງິນ ຄວາມຮັກ

    0
    695

    ວັນຈັນ:ການ​ງານ ເຖິງ​ແມ່ນ​ການ​ງານ​ຈະ​ຊ້າ​ ແຕ່​ກໍ​ຍັງ​ວຸ້ນວາຍ​ຄື​ເກົ່າ ຄວາມ​ພະຍາຍາມ​ຈະ​ເຮັດໃຫ້​ການ​ງານ​ດີ​ຂຶ້ນ​ໄດ້​ສະເໝີ​ ການ​ເງິນ ຫາ​ໄດ້​ກໍ​ໃຊ້​ອອກ​ໄປ​ຫລາຍ​ ເປັນ​ພາລະ​ເລື່ອງ​ຂອງ​ການ​ຊ່ວຍ​ເຫລືອ​ບໍລິວານ​ ຍາດ​ພີ່ນ້ອງ​ ຫລື​ພໍ່​ແມ່ຂອງ​ຕົນ​ນັ້ນ​ເອງ​ ຄວາມ​ຮັກ​ ຍັງ​ບໍ່​ມີ​ເວລາ​ໃຫ້​ຄົນ​ຮັກ​ ເພາະ​ມີ​ພາລະ​ຫນ້າທີ່​​ຕ້ອງ​ຮັບ​ຜິດຊອບ​ຄ່ອນ​ຂ້າງ​ເມື່ອຍ​ຈຶ່ງ​ບໍ່​ມີ​ເວລາ​ປານໃດ​

    ວັນຄານ:ການ​ງານ ຄວາມ​ສະຫລາດ​ໃນ​ການ​ຕິດ​ຕໍ່​ເຈລະ​ຈາ​ຕ່າງ​ໆ​ ຈະ​ກໍ່​ໃຫ້​ເກີດ​ຄວາມ​ສຳ​ເລັດ​ຢູ່ໃນ​ເກນ​ທີ່​ໜ້າ​ພໍ​ໃຈ​ ການ​ເງິນ ໝຸນ​ຫາ​ໃຊ້​ຈ່າຍ​ໃນ​ເລື່ອງ​ຂອງ​ການ​ເງີນ​ໄດ້​ເລື່ອຍ​ໆ​ ແມ່ນ​ບໍ່​ສຳ​ນານ​ປານ​ໃດ​ ແຕ່​ກໍ​ຍັງ​ດີ​ທີ່​ໄດ້​ເຂົ້າ​ມາ​ເພິ່ມ​ ຄວາມ​ຮັກ ຍັງ​ດຳ​ເນີນ​ໄປ​ໃນ​ທິດ​ທາງ​ທີ່​ຄວນ​ຈະ​ເປັນ​ ໃນ​ເລື່ອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ຍັງ​ບໍ່​ມີ​ສິ່ງ​ໃດ​ປ່ຽນ​ແປງ​ປານໃດ​

    ວັນພຸດ:ການ​ງານ ຈະ​ພົບ​ອຸປະສັກ​ຄວາມ​ຊ້າ​ໃນ​ເລື່ອງ​ການ​ງານ​ໃນ​ຊ່ວງ​ນີ້​ ຕ້ອງ​ຄ່ອຍ​ໆ​ ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ໄປ​ເທື່ອ​ລະ​ເລື່ອງ​ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງີນ​ ມີ​ຄວາມຫມັ້ນຄົງ​ທາງ​ດ້ານ​ການ​ເງີນ​ ສັງເກດ​ໄດ້​ວ່າ​ໄລ​ຍະ​ນີ້​ມີ​ຖານະ​ດີ​ຂຶ້ນ​ກວ່າ​ແຕ່​ກ່ອນ​ ຄວາມ​ຮັກ​ ຍັງ​ຄົງ​ມີ​ພາລະ​ ຫລື​ມີ​ເລື່ອງ​ທີ່​ຕ້ອງ​ໄປ​ຈັດການ​ຫລາຍກວ່າ​ທີ່​ຈະ​ທຸ້ມເທ​ດ້ານ​ຄວາມ​ຮັກ​ໃນ​ຊ່ວງ​ນີ້​ນັ້ນ​ເອງ​

    ວັນພະຫັດ:ການ​ງານ ຕ້ອງ​ໃຊ້​ເທັກ​ນິກ​ ແລະ​ຄວາມ​ສາມາດ​ໃນ​ການ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ເພື່ອ​ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້​ດ້ວຍ​ຄວາມ​ເປັນ​ໂຊກ​ ການ​ເງິນ ຍັງ​ຢູ່ໃນ​ເກນ​ຊົງ​ຕົວ​ໃນ​ຊ່ວງ​ນີ້​ ແຕ່​ກໍ​ມີ​ເລື່ອງ​ກັງ​ວົນ​ໃຈ​ໃນ​ການ​ໃຊ້​ເງີນ​ ເພາະ​ເຖິງ​ກຳນົດ​ຜ່ອນ​ຜັນ​ ແລະ ອາດ​ເຖິງ​ເວ​ລາ​ທີ່​ຕ້ອງ​ຈ່າຍ​ແລ້ວ​ ຄວາມ​ຮັກ ຖ້າ​​ຈະ​ພົບ​ໃຜ​ໃນ​ຊ່ວງ​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ຢູ່ໃນ​ເກນ​ຜິວ​ຂາວ​ ຫລື​ຜິວ​ສອງ​ສີ​ກໍ​ເປັນ​ໄປ​ໄດ້​

    ວັນສຸກ:ການ​ງານ​ ການ​ເຮັດ​ວຽກງານ​ຮ່ວມ​ກັບ​ຫຸ້ນ​ສ່ວນ​ຍັງ​ດຳ​ເນີນ​ໄປ​​ດ້ວຍ​ດີ​ ການ​ເຮັດ​ວຽກງານ​ກັບ​ໝູ່ສະນິດ​ ຫລື​ຄົນ​ຮັກ​ຈະ​ສົ່ງ​ຜົນ​ດີີ​ ເຮັດໃຫ້​ການ​ງານ​ມີ​ຄວາມ​ກ້າວ​ໜ້າ​ ການ​ເງິນ​ ຊ່ວງ​ນີ້​ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ ມີ​ແຕ່​ເລື່ອງ​ທີ່​ຈຳ​ເປັນ​ຕ້ອງ​ຈ່າຍ​ ຈຶ່ງ​ເຮັດໃຫ້​ເກັບ​ເງີນ​ບໍ່​ຢູ່​ ຄວາມ​ຮັກ ຄູ່​ທີ່ກຄົບ​ຫາ​ເບິ່ງ​ໃຈ​ກັນ​ມາ​ດົນ​ແລ້ວ​ຈະ​ມີ​ການ​ວາງ​ແຜນ​ເລື່ອງ​ອະນາຄົດ​ຮ່ວມ​ກັນ​ ເພາະ​ເກີດ​ຄວາມຫມັ້ນ​ໃຈ​ໃນ​ກັນ​ແລະ​ກັນ​ແລ້ວ​

    ວັນເສົາ:ການ​ງານ​ ເຮັດ​ຕາມ​ຫນ້າທີ່​ໃຫ້​ດີ​ທີ່ສຸດ​ກໍ​ພຽງ​ພໍ​ແລ້ວ​ໃນ​ຊ່ວງ​ນີ້​ ຊຶ່ງ​ຈະ​ສົ່ງ​ຜົນ​ເຮັດໃຫ້​ເກີດ​ຄວາມ​ກ້າວ​ໜ້າ​ທາງ​ດ້ານ​ການ​ງານ​ໄດ້​ເປັນ​ຢ່າງ​ດີ​ ການ​ເງິນ ຈະ​ພົບ​ອຸປະສັກ​ກ່ຽວກັບ​ການ​ຫາ​ເງີນ​ເຂົ້າ​ມາ​ ແຕ່​ທ່ານ​ກໍ​ຈະ​ຜ່ານ​ພົ້ນ​ໄປ​ໄດ້​ສະເໝີ​ເມື່ອ​ມີ​ຄວາມ​ຕັ້ງ​ໃຈ​ ແລະ​ມີ​ແນວ​ທາງ​ໃໝ່​ ໆ​ ໃນ​ການ​ຫາ​ເງີນ​ເຂົ້າ​ມາ​ໃຫ້​ໄດ້​ໂຊກ​ ໄດ້​ເງີນ​ເຂົ້າ​ມາ​ເພີ່ມ​ຂຶ້ນ​ນັ້ນ​ເອງ​ ຄວາມ​ຮັກ​ ທ່ານ​ເປັນ​ຜູ້​ທີ່​ມີ​ສະ​ເນ່​ ແຕ່​ກໍ​ຍັງ​ບໍ່​ເລືອກ​ໃຜ​ເຂົ້າ​ມາ​ ແມ່ນ​ມີຄົນ​ຍາກ​ສານ​ຄວາມ​ສຳພັນ​ ແຕ່​ກໍ​ເລືອກ​ທີ່​ຈະ​ເບິ່ງ​ໆ​ ກັນ​ໄປ​ກ່ອນ​ນັ້ນ​ເອງ​

    ວັນອາທິດ:ການ​ງານ ຈະ​ເຮັດວຽກ​ໃຫຍ່​ຄວນ​ມີ​ທີ່ປຶກ​ສາ​ທີ່​ມີປະ​ສົບ​ການ​​ ສາມາດ​ໄວ້​ໃຈ​ໄດ້​ໃນ​ການ​ວາງ​ແຜນ​ ວາງ​ລະບົບ​ຕ່າງ​ໆ​ ການ​ເງິນ ວາງ​ແຜນ​ການ​ໃຊ້​ຈ່າຍ​ໄດ້​ແລ້ວ​ ໃນ​ຊ່ວງ​ນີ້​ບໍ່​ສາມາດ​ຄຸ່ມ​ລາຍ​ຈ່າຍ​ໄດ້​ຄືແຕ່​ກ່ອນ​ ເພາະ​ລາຍ​ໄດ້​ທີ່​ເຂົ້າ​ມາຍັງ​ບໍ່​ແນ່ນອນ​ນັ້ນ​ເອງ​ ຄວາມ​ຮັກ ຖ້າ​ຈະ​ພົບ​ເຈີ​ໃຜ​ທີ່​ຈະ​ມີ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ ທ່ານ​ເປັນ​ຄົນ​ສະຫລາດ​ ຈິງ​ຈັງ​ ໃຈ​ຮ້ອນ​ ໂລ​ແມນ​ຕິກ​ ແລະ​ອາ​ຍຸ​ນ້ອຍ​ກວ່າ​

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.