ສຸດທ້າຍກໍ່ເຖິງຈຸດໝາຍປາຍທາງທີ່ຫຼວງພະບາງເມືອງແຫ່ງອະລິຍະທຳທາງວັດທະນະທຳ

    0
    591

    ຄະນະພະສົງຈາຣິກທຸດົງ(ຍ່າງ) ຈາກສະຫວັນນະເຂດສູ່ຫຼວງພະບາງ ໃໍຊເວລາຍາວນານເຖິງ 9 ເດືອນໃນການເດີນທາງຈາກວັດອຳພາພອນ ແຂວງສະຫວັນນະເຂດຜ່ານຫຼາຍເມືອງຫຼາຍແຂວງດ້ວຍຄວາມລຳບາກ ບາງບ່ອນຕ້ອງບຸປ່າລຸຍດົງເພື່ອຫຍໍ້ເສັ້ນທາງໃຫ້ສັ້ນລົງ ແລະໄປຮອດປາຍທາງໄວຂຶ້ນ ຫຼາຍຄັ້ງຄະນະກໍ່ບາດເຈັບຕ້ອງພັກຮັກສາຕົວແຕ່ບັນດາຈົວນ້ອຍກໍ່ອົດທົນສູ້ຊົນເພື່ອເຖິງຈຸດໝາຍ.

    ພະອາຈານສົມຄວນ ທຳມະວົງສາ ຜູ້ນຳພາຄະນະທຸດົງບອກຢ່າງໂລ່ງອົກວ່າ ຕອນນີ້ຮອດຈຸດໝາຍຫຼວງພະບາງເມືອງມໍລະດົກໂລກແລ້ວ ການເດິນທຸດົງໃນຄັ້ງນີ້ກໍ່ເພື່ອບູຊາພຣະຣັດຕະນະໄຕຣ ຄື ພຣະພຸທທະເຈົ້າ,ພຣະທັມມະເຈົ້າ,ພຣະສັງຄະເຈົ້າ,ບູຊາແຜ່ນດິນລາວທີ່ໄດ້ພັກພາອາໄສ.

    ໂດຍຄະນະດັ່ງກ່າວໄດ້ເລິ່ມອອກທຸດົງຈາກວັດອຳພາພອນ ບ້ານວັງໂຄນຄຳ ເມືອງ ຊົນນະບູລີ ແຂວງສະຫວັນນະເຂດ
    ໃນວັນທີ 09/11/2020 ສຳລັບເສັ້ນທາງທີ່ຄະນະສົງທຸດົງຜ່ານແມ່ນມີ ແຂວງສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊຍະບູລີ ແລະສິ້ນສຸດປາຍທາງທີ່ຫຼວງພະບາງ.


    ຄະນະໄດ້ມາຮອດນະຄອນຫຼວງວຽງຈັນໃນວັນທີ 09/01/2021 ແລະໄດ້ພັກທີ່ນັ້ນຍາວໜ້ອຍໜຶ່ງ ພະອາຈານບອກອີກວ່າ ທີ່ຕ້ອງໃຊ້ເວລາຍາວນານ ເນື່ອງຈາກຄະນະສົງອາໄສການທຸດົງ(ຍ່າງ) ແລະພັກຍາວຢູ່ນະຄອນຫຼວງວຽງຈັນ ໄດ້ເຂົ້າກາບໄຫວ້ຄູບາອາຈານຫຼາຍວັດ ອາໄສຮຽນຮູ້ໄປນຳ.

    ຫຼັງຈາກພັກຍາວຢູ່ນະຄອນຫຼວງວຽງຈັນ ຄະນະກໍ່ເດີນທາງຕໍ່ໄປຮອດພູຄູນພໍດີລັອກດາວໂຄວິດລະບາດ ຈິ່ງພັກອີກ ເພື່ອຄວາມປອດໄພ ແລະຄວາມສະບາຍໃຈຂອງຄະນະ ຈົນໂຄວິດເລີ່ມຈາງລັດຖະບານອອກຖະແຫຼງການຜ່ອນຜັນຈິ່ງອອກເດີນທາງຕໍ່ມາຮອດຈຸດໝາຍປາຍທາງໃນວັນທີ 19 ມິຖຸນາ 2021.


    ບຸນກຸສົນທີ່ເກີດຈາກການຍ່າງຈາຣິກທຸດົງໃນເທື່ອນີ້,ຂໍອຸທິດສ່ວນບຸນສ່ວນກຸສົນໃຫ້ແດ່ວີລະບຸລຸດ,ວິລະສະຕີໃນຜືນແຜ່ນດິນລາວ,ແຜ່ເມດຕາຈິດແດ່ບິດາມານດາຄູອຸປັດຊາອາຈານແລະສັບພະສັດທັງຫລາຍທັງປວງໂດຍບໍ່ມີປະມານຈົ່ງມີສ່ວນແຫ່ງບຸນໃນເທື່ອນີ້ໄດ້ບໍຣົມມະສຸກທຸກທ່ານເທິ້ນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.