ຂ່າວດີວັກຊິນ SINOPHARM ອະນຸຍາດໃຫ້ສັກໃນຜູ້ສູງອາຍຸແລະຜູ້ມີໂລກປະຈຳໂຕແລ້ວ

    0
    366

    ໜັງສືພິມ ປະຊາຊົນ ລາຍງານໃນວັນເສົາ ທີ 19.06.2021 ນີ້ວ່າ ປັດຈຸບັນ ເປັນໂອກາດດີແກ່ສັງຄົມ ວັກຊິນ SinoPharm ແມ່ນໄດ້ຖືກຄົ້ນຄ້ວາຈາກ ສປຈີນ ໄດ້ສັກໃຫ້ຜູ້ມີອາຍຸ 18 ປີຂຶ້ນໄປ,ຜູ້ສູງອາຍຸ ແລະ ຜູ້ມີພະຍາດຊ້ຳເຮື້ອມາແລ້ວ ບໍ່ມີຜົນຂ້າງຄຽງແລະຜິດປົກກະຕິຫຍັງ,ສະນັ້ນອົງການອະນາໄມໂລກແລະກະຊວງສາທາ

    ລະນາສຸກ ຈຶ່ງເຫັນດີໃຫ້ຜູ້ມີອາຍຸ18 ຂຶ້ນໄປ,ຜູ້ສູງອາຍຸ 60 ປີ ຂຶ້ນໄປແລະ ມີພະຍາດຊ້ຳເຮື້ອສາມາດເຂົ້າຮັບສັກຢາວັກຊິນຊະນິດດັ່ງກ່າວໄດ້ເຊັ່ນກັນ.ສະນັ້ນຮຽກຮ້ອງມາຍັງປະຊາຊົນຈົ່ງຮິບຮ້ອນຕື່ນຕົວເຂົ້າຫາການບໍລິການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ຕາມສະຖານທີທີ່ກຳນົດໄວ້,ທ່ານໄດ້ຮັບການສັກຢາຄົບ 2 ເຂັມເທົ່າ

    ນັ້ນຈຶ່ງສາມາດມີພູມຄຸມກັນໄດ້ຖ້າທ່ານມີພູມຄຸ້ມກັນທາງແພດໝໍກໍມີຄວາມອຸ່ນໃຈແລະທ່ານຈະມີຄວາມປອດໄພຈາກການຕິດເຊື້ອພະຍາດໂຄວິດ-19.ຖ້າຫາກບ່ອນໃດ

    ຈຸດໃດການບໍລິການໃຫ້ວັກຊິນມີຄົນແອອັດແລະສັບສົນຫຼາຍໃຫ້ຫຼີກລ້ຽງສາກ່ອນແລະຮຽກຮ້ອງໃຫ້ປະຊາຊົນຖ້າບໍ່ຈຳເປັນບໍ່ຄວນອອກຈາກບ້ານເຮືອນ,ຖ້າອອກຈາກບ້ານເຮືອນຕ້ອງປະຕິບັດມາດຕະການປ້ອງກັນໂຄວິດ19ຢ່າງເຂັ້ມງວດ,ໃສ່ຜ້າປິດປາກດັງ,ໃຊ້ເຈວລ້າງມື,ລ້າງມືດ້ວຍນ້ຳສະອາດແລະຮັກສາໄລະຫ່າງ1-2 ແມັດຂຶ້ນໄປ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.