ເມືອງມະຫາໄຊ ແລະ ຍົມມະລາດ ວາງແຜນ ຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໂຮງຮຽນ ແຂວງຄຳມ່ວນ ຈັດກອງປະຊຸມຊີ້ແຈງ ແລະ ວາງແຜນໂຄງການອາຫານທ່ຽງໃນໂຮງຮຽນ ພາຍໃຕ້ແຜນງານອາຫານເພື່ອການສຶກສາ ໂດຍໄດ້ຮັບທຶນຊ່ວຍເຫລືອລ້າຈາກກະຊວງກະສິກຳ ສະຫະລັດອາເມຣິກາ ຢູ່ເມືອງມະຫາໄຊ ແລະ ຍົມມະລາດ
ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ແມ່ນສ້າງໂອກາດໃຫ້ເດັກໃນເຂດຊົນນະບົດຫ່າງໄກສອກຫລີກ ແລະ ເດັກຢູ່ໃນຄອບຄົວທຸກຍາກໄດ້ເຂົ້າເຖິງການສຶກສາ, ສາມາດສົ່ງເສີມສຸຂະພາບຂອງເດັກໃຫ້ມີໂພຊະນາການທີ່ດີຂຶ້ນ ສະເພາະແຂວງຄຳມ່ວນ ມີ 4 ເມືອງທີ່ນອນຢູ່ໃນເປົ້າໝາຍຂອງໂຄງການຄື:
ເມືອງມະຫາໄຊ, ຍົມມະລາດ, ບົວລະພາ ແລະ ເມືອງໄຊບົວທອງ ກວມເອົາຈຳນວນນັກຮຽນຊັ້ນອະນຸບານ ແລະ ປະຖົມປະມານ 12.444 ຄົນ ໃນ 179 ໂຮງຮຽນໃນໄລຍະເວລາ 5 ປີ 2021-2025 ດ້ວຍງົບປະມານທັງໝົດ 5,2 ລ້ານໂດລາສະຫະລັດ