​ເຕືອນ! ເອກະສານຢັ້ງຢືນການສັກວັກຊີນບໍ່ແມ່ນຕໍ່ໃບຂັບຂີ່ຢາກໄດ້ຕ້ອງໄປເຮັດເອງ

    0
    460

    ເຫັນຫຼາຍໆເຫດການ ເລື່ອງລາວທີ່ເກີດຂຶ້ນຢູ່ບ້ານເຮົາໂດຍສະເພາະງານເອກະສານ ເຊິ່ງເປັນທີ່ຈົ່ມວ່າຫຼາຍເມື່ອບໍ່ສົມຫວັງ ແຕ່ຄົນກໍຍັງພາກັນວ່າຈ້າງໃຫ້ຜູ້ອື່ນວິ້ງເຕັ້ນເອກະສານແທນໂຕເອງຢູ່ໃນຫຼາຍໆຢ່າງ ລວມທັງການເຮັດເອກະສານກ່ຽວກັບການສັກວັກຊິນປ້ອງກັນໂຄວິດ-19 ເພາະນະປະຈຸບັນໃຜສັກແລ້ວເທົ່າກັບໄດ້ໃບເບີກທາງໄປໃສມາໃສກໍ່ສະດວກກວ່າຜູ້ບໍໄດ້ຮັບວັກຊິນກໍ່ເລີຍມີຜູ້ອາສາແລ່ນໃຫ້.

    ການທີ່ໃຫ້ຄົນອື່ນແລ່ນໃຫ້ຄວາມຈີງກໍ່ເປັນສິ່ງທີ່ດີຢູ່ເຮົາບໍຈຳເປັນເສຍເວລາໄປດ້ວຍໂຕເອງ ແຕ່ຈະໃຫ້ດີແທ້ຄວນໄປເອງ ຖ້າຕົນບໍລິສຸດ ອີກຢ່າງຜູ້ທີ່ແລ່ນຈະເອົາຫຍັງມາຄ້ຳປະກັນວ່າລູກຄ້າທີ່ມາໃຊ້ບໍລິການສັກຄົບແລ້ວ ການປ້ອງກັນເອກະສານປອມສຳຄັນ.


    ເຊິ່ງວັນທີ​ 16​ ມິຖຸນາ​ 2021​ ຜ່ານມານີ້​ ໄດ້ມີບຸກຄົນໃນເຟສບຸກໂຄສະນາ ວ່າສາມາດແລ່ນເຮັດຢັ້ງຢືນການຮັບສັກວັກຊີນ​ ສຳລັບຄົນໄປຈະເດີນທາງໄປຕ່າງປະເທດ​ ສ້າງຄວາມ​ສົນໃຈ​ ແລະ​ ເປັນສົງໄສໃຫ້ກັບສັງຄົມບໍ່ໜ້ອຍ.
    ຕໍ່ກັບກໍລະນີດັ່ງກ່າວນີ້ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລຊີ້ແຈງໃນໂອກາດຖະແຫຼງຂ່າວປະຈຳວັນທີ 18​ ມິຖຸນາ​ 2021ນີ້ ວ່າ: ການເຮັດເອກະສານ ຢັ້ງຢືນການສັກວັກຊີນ ສຳລັບຜູ້ມີຈຸດປະສົງໃຊ້ເພື່ອເດີນທາງໄປຕ່າງປະເທດ ຕ້ອງໄດ້ໄປເຮັດເອງເທົ່ານັ້ນ.
    ເພາະຕ້ອງໄດ້ນຳເອົາໃບຢັ້ງຢືນຮັບວັກຊີນສີຂຽວນັ້ນໄປກວດສອບຄືນຕື່ມ ເພື່ອໃຫ້ຖືກຕ້ອງຊັດເຈນ.​
    ບໍ່ອະນຸຍາດໃຫ້ບຸກຄົນ,​ ນິຕິບຸກຄົນ ຮັບແລ່ນເຮັດເອກະສານດັ່ງກ່າວນີ້ ຖ້າຫາກພົບເຫັນບຸກຄົນໃດໂຄສະນາວ່າຈະຮັບແລ່ນວິ່ງເຕັ້ນເຮັດໃຫ້ ແມ່ນຜິດຕໍ່ລະບຽບກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.