ສາວໝວຍ ຫຼື ຜູ້ໃຊ້ເຟສບຸກຊື່ Muay Sananya Vks ປະກາດລົງເຟສບຸກສ່ວນຕົວ ແລະ ເປີດຮັບບໍລິຈາກໃນການຊ່ວຍເຫຼືອຊື້ລົດໃຫ້ອ້າຍຕຸ້ຍ.
ເຫດການເກີດຂຶ້ນໃນວັນທີ 16 ພຶດສະພາ 2021 ຜ່ານມາທີ່ແຂວງຈຳປາສັກ ມີການທະເລາະກັບເຈົ້າໜ້າທີ່ຈຶ່ງຖືກກັກຕົວຈົນກາຍເປັນປະເດັນທາງສັງຄົມ.ພາຍຫຼັງມີການເຜີຍແຜ່ລົງເຟສບຸກໃຜໆຕ່າງກໍສະແດງຄວາມເຫັນອົກເຫັນໃຈຢາກຊ່ວຍເຫຼືອອ້າຍຕຸ້ຍ ຍ້ອນສະຖານະພາບຊີວິດຂອງລາວເປັນໄປດ້ວຍຄວາມລຳບາກ ໜຶ່ງໃນບັນດາຜູ້ຢາກຊ່ວຍເຫຼືອນັ້ນກໍຄືສາວໝວຍໃນຖານະອ້າຍຕຸ້ຍຍາກຈົນ ບໍ່ໄດ້ສົນວ່າຄະດີຈະເປັນຖືກ ຫຼື ຜິດແນວໃດ ດັ່ງນັ້ນ, ທຸກຄົນຕ່າງກໍໃຫ້ຄວາມຊ່ວຍເຫຼືອດ້ວຍການໂອນເງິນຜ່ານບັນຊີສາວໝວຍ ເຊິ່ງມີຜູ້ຄອຍນັບຍອດບໍລິຈາກວັນນັ້ນບໍ່ຕໍ່າກວ່າ 30 ລ້ານກີບ. ນັບແຕ່ທີ່ສາວໝວຍໄດ້ປະກາດ ແລະເປີດຮັບບໍລິຈາກ ກໍບໍ່ໄດ້ມີການອອກມາຊີ້ແຈງຍອດລາຍຮັບ ແລະ ຄວາມຄືບໜ້າໃນການຊ່ວຍແຕ່ປະການໃດ
ເປັນເວລາ1ເດືອນເຕັມແລ້ວ.ດັ່ງນັ້ນ, ຈຶ່ງມີຫຼາຍຄົນຕ້ອງການຢາກຮູ້ວ່າເງິນທີ່ມວນຊົນບໍລິຈາກຊ່ວຍໄປໄດ້ນຳໄປໃຊ້ບ້ວງໃດແດ່, ການດຳເນີນການຊ່ວຍອ້າຍຕຸ້ຍໄປຮອດຂັ້ນໃດແລ້ວ ຂໍໃຫ້ຜູ້ກ່ຽວອອກມາຊີ້ແຈງຕໍ່ມວນຊົນດ້ວຍ ເພື່ອຄວາມສະບາຍໃຈຂອງຫຼາຍຄົນ.
ທີ່ມາ: https://ilaoder.com/