1ຫມົດຄວາມຫລົງໄຫລ ທຸກຄົນຄົງຄຸ້ນເຄີຍກັບຄຳນີ້ເພາະໃຊ້ໄດ້ກັບທຸກເລື່ອງບໍ່ວ່າຈະເປັນເລື່ອງວຽກງານຫລືເລື່ອງຮຽນແລະໃຊ້ກັບຄວາມສຳພັນໄດ້ເຊັ່ນກັນເພາະບໍ່ວ່າຈະເຮັດຫຍັງແຮງຂັບເຂື່ອນອີກຢ່າງທີ່ສຳຄັນກໍ່ຄືຄວາມຫລົງໄຫລການຫມົດຄວາມຫລົງໄຫລມັກເກີດກັບຄູ່ທີ່ຄົບກັນດົນໆເຮົາສາມາດປັບຕົວເຂົ້າຫາກັນໄດ້ກໍ່ແທ້ແຕ່ຄວາມຫລົງໄຫລກັບນ້ອຍລົງທຸກມື້
2ໂລກສີບົວເມິດໄປ ເລື່ອງທຳມະດາອີກແລະຄົບກັນມາຕັ້ງດົນຈະໃຫ້ໂລກມີສີບົວຄືຕອນລົມກັນທໍາອິດກໍ່ຄົງຍາກຢູ່ຖ້າຄູ່ໃດເດີນທາງມາເຖິງຈຸດນີ້ກໍ່ອາດຈະມີສັກຄົນທີ່ອິນກັບຄວາມຮູ້ສຶກນັ້ນແລະກໍ່ຍາກຈະມີຄວາມຮູ້ສຶກນັ້ນອີກແຕ່ກັບເລືອກທີ່ຈະອອກໄປຫາໂລກສີບົວຈາກບ່ອນອື່ນທີ່ບໍ່ແມ່ນເຮົາ
3ເຂົາໄປຕົກຫລຸມຮັກຄົນອື່ນແມ່ນມັນອາດເປັນເລື່ອງທີ່ເຈັບປວດຫລາຍແຕ່ເຮົາຮູ້ສຶກດີວ່າເລື່ອງແບບນີ້ມັນເປັນເລື່ອງທີ່ຄວບຄຸມໄດ້ຍາກເມື່ອຕອນທີ່ເຮົາຕົກຫລຸມຮັກໃຜບາງທີມັນກໍ່ບໍ່ມີເຫດຜົນເພາະສະນັ້ນມັນກໍ່ເປັນໄປໄດ້ບໍ່ຍາກຫາກເຂົາຈະໄປຕົກຫລຸມຮັກໃຜຂຶ້ນມາ
4ຄວາມໂມໂຫເປັນຕົວກະຕຸ້ນ ຍຸກສະໄຫມນີ້ເປັນຍຸກທີ່ຕ້ອງຕໍ່ສູ້ໃຜເຮັດໃຫ້ເຮົາເຈັບຄົນນັ້ນຕ້ອງເຈັບກວ່າ
5ຢາກມີປະສົບການໃຫ່ມໆ ສະໄຫມນີ້ສິ່ງລໍ້ຕາລໍ້ໃຈມັນມີຫລາຍຕ້ອງທຳໃຈໄວ້ຄືເຮົາກໍ່ມັກຈະຢາກຮູ້ຢາກເຫັນເປັນເລື່ອງປົກະຕິແລະຜູ້ຊາຍມັກການແຂ່ງຂັນພໍຄວາມສໍາພັນເລີ່ມຢຸດຄວາມທ້າທາຍຄວາມຕື່ນເຕັ້ນກໍ່ຫມົດລົງ