ຄົນທີ່ມີໝວດເລືອດ AB, A, B ເປັນໝວດເລືອດທີ່ຫາຍາກ ແລະ ມັກຈະເປັນພະຍາດກ່ຽວກັບເສັ້ນເລືອດ. ສະນັ້ນ, ຈຶ່ງສ່ຽງໃນການເປັນພະຍາດຫົວໃຈຫຼາຍ ກວ່າຄົນທີ່ມີໝວດເລືອດ O, ນັກຄົ້ນຄວ້າພົບວ່າຄົນທີ່ມີໝວດເລືອດ AB
ມັກມີ ຄວາມສ່ຽງຕໍ່ການເປັນພະຍາດຫົວໃຈເພີ່ມຂຶ້ນ 23%, ຄົນທີ່ມີໝວດເລືອດ B ຂ້ອນຂ້າງຈະມີຄວາມສ່ຽງໃນການເປັນພະຍາດເສັ້ນເລືອດຫົວໃຈຫຼາຍກວ່າໝວດເລືອດ O ເຖິງ 11%, ສ່ວນຄົນທີ່ມີໝວດເລືອດ A ມັກມີຄວາມສ່ຽງຕໍ່ການເປັນພະຍາດດັ່ງກ່າວເພີ່ມຂຶ້ນ 5%.
ການສຶກສາດັ່ງກ່າວແມ່ນຜົນການຄົ້ນຄວ້າຈາກໂຮງຮຽນແພດຂອງມະຫາວິທະຍາໄລ Harvard ໃນນະຄອນ Boston ເຊິ່ງໄດ້ວິໄຈຂໍ້ມູນ ແລະ ເກັບກໍາຂໍ້ມູນຈາກການສຶກສາຄົ້ນຄວ້າໃນສະຫະລັດ ໂດຍການສຶກສາຄົ້ນຄວ້າສຸຂະພາບຂອງ
ນັກຄົ້ນຄວ້າທີ່ໄດ້ຕິດຕາມສຸຂະພາບຂອງແພດຫຼາຍກວ່າ 62 ພັນຄົນ ແລະ ການສຶກສາຄົ້ນຄວ້າກ່ຽວກັບສຸຂະພາບຂອງນັກວິຊາການດ້ານການແພດອາຊີບທີ່ມີຜູ້ຊາຍເຂົ້າຮ່ວມຫຼາຍກວ່າ 27 ພັນຄົນ,
ກຸ່ມຄົນທີ່ເຂົ້າຮ່ວມໃນການຄົ້ນຄວ້າຄັ້ງນີ້ໄດ້ຖືກຕິດຕາມສຸຂະພາບເປັນເວລາ 20 ປີ ແລະ ຜົນການຄົ້ນຄວ້າຂອງມະຫາວິທະຍາໄລ Harvard ສອດຄ່ອງກັນທັງເພດຍິງ ແລະ ເພດຊາຍ.
ນັກຂຽນບົດຄົນຄວ້າຂັ້ນອາວຸໂສ ທ່ານ Lu Qi [ LOO KEY ] ອາຈານສອນວິຊາການສຶກສາພົນລະເມືອງ ໃນມະຫາວິທະຍາໄລ Harvard ເວົ້າວ່າ: ການວິໄຈພັນທຸກໍາສາມາດບົ່ງບອກໄດ້ວ່າການຫຼຸດຜ່ອນ ຄວາມສ່ຽງຕໍ່ການເປັນພະຍາດຫົວໃຈແມ່ນການປັບປຸງການກິນອາຫານ ແລະ ການອອກກໍາລັງກາຍ.
ທ່ານ Qi ເວົ້າອີກວ່າ: ການກວດເລືອດສາມາດບອກລະດັບຂອງ Cholesterol ຫຼື ໄຂມັນໃນເລືອດຂອງເຮົາໄດ້, ຈາກການສຶກສາຄົ້ນຄວ້າຄັ້ງກ່ອນໄດ້ສະແດງໃຫ້ເຫັນວ່າ
ຄົນທີ່ມີໝວດເລືອດ A ມີລະດັບຄໍເຣສເຕີຣອລ ເຊິ່ງເປັນໄຂມັນທີ່ໄປອັດຕັນເສັ້ນເລືອດສູງກວ່າໝູ່ ແລະ ຄົນທີ່ມີໝວດເລືອດ B ມັກຈະພົວພັນເຖິງການມີຄວາມດັນເລືອດສູງກວ່າຄົນທີ່ມີໝວດເລືອດປະເພດອື່ນ.
ທັງສອງອາການນີ້ລ້ວນແຕ່ມີຄວາມສ່ຽງຕໍ່ການເປັນພະຍາດໃນເສັ້ນເລືອດບໍລິເວນຫົວໃຈ ແລະ ຄົນທີ່ມີໝວດເລືອດປະເພດຫາຍາກຢ່າງ AB ໄດ້ສະແດງໃຫ້ເຫັນວ່າ
ມີລະດັບການໝູນວຽນຂອງເຊລທີ່ດູດຊຶມຄວາມອຸ່ນຂອງເລືອດ ຫຼື Endothelial cells ທີ່ສາມາດເຮັດໃຫ້ເກີດອາການອັກເສບ ແລະ ການຈັບຕົວຂອງໄຂມັນໃນເສັ້ນເລືອດແດງ ເຊິ່ງສາມາດເຮັດໃຫ້ເສັ້ນເລືອດແດງອັດຕັນໄດ້.
ເຖິງຢ່າງໃດກໍ່ຕາມ, ຄົນທີ່ມີໝວດເລືອດ AB, A ແລະ B ບໍ່ໄດ້ໝາຍຄວາມວ່າທຸກຄົນຕ້ອງເປັນພະຍາດຫົວໃຈ ເພາະສິ່ງທີ່ຄົ້ນພົບມີພຽງແຕ່ກຸ່ມຄົນເຫຼົ່ານີ້ມີ ຄວາມສ່ຽງຕໍ່ການເປັນພະຍາດຫົວໃຈຫຼາຍກວ່າໝູ່ເທົ່ານັ້ນ,
ເຖິງວ່າຈະມີເລືອດປະເພດໃດກໍ່ຕາມ, ຄົນເຮົາຄວນຈະມີແບບແຜນການດໍາລົງຊີວິດທີ່ພາໃຫ້ມີສຸຂະພາບແຂງແຮງເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການເປັນພະຍາດດັ່ງກ່າວ.