ຄະນະສະເພາະກິດເຕືອນ! ການເຮັດເອກະສານຢັ້ງຢືນສັກວັກຊີນຕ້ອງໄປເຮັດດ້ວຍຕົເອງວັນທີ 16 ມິຖຸນາ 2021 ຜ່ານມານີ້ ໄດ້ມີບຸກຄົນໃນເຟສບຸກບາງທ່ານໂຄສະນາ ວ່າສາມາດແລ່ນເຮັດຢັ້ງຢືນການຮັບສັກວັກຊີນ ສຳລັບຄົນໄປຈະເດີນທາງໄປຕ່າງປະເທດ ສ້າງຄວາມສົນໃຈ ແລະ ເປັນສົງໄສໃຫ້ກັບສັງຄົມບໍ່ໜ້ອຍ.
ຕໍ່ກັບກໍລະນີດັ່ງກ່າວນີ້ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລຊີ້ແຈງໃນໂອກາດຖະແຫຼງຂ່າວປະຈຳວັນທີ 18 ມິຖຸນາ 2021ນີ້ ວ່າ: ການເຮັດເອກະສານ ຢັ້ງຢືນການສັກວັກຊີນ ສຳລັບຜູ້ມີຈຸດປະສົງໃຊ້ເພື່ອເດີນທາງໄປຕ່າງປະເທດ ຕ້ອງໄດ້ໄປເຮັດເອງເທົ່ານັ້ນ.
ເພາະຕ້ອງໄດ້ນຳເອົາໃບຢັ້ງຢືນຮັບວັກຊີນສີຂຽວນັ້ນໄປກວດສອບຄືນຕື່ມ ເພື່ອໃຫ້ຖືກຕ້ອງຊັດເຈນ.ບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ຮັບແລ່ນເຮັດເອກະສານດັ່ງກ່າວນີ້ ຖ້າຫາກພົບເຫັນບຸກຄົນໃດໂຄສະນາວ່າຈະຮັບແລ່ນວິ່ງເຕັ້ນເຮັດໃຫ້ ແມ່ນຜິດຕໍ່ລະບຽບກົດໝາຍ.