ຈີນ ສົ່ງນັກບິນຂຶ້ນສູ່ສະຖານີອາວະກາດຄັ້ງທຳອິດສຳເລັດຂປລ.ຕາມຂ່າວຈາກຈີນ,ວັນທີ17ມິຖຸນານີ້,ອົງການ ອາວະກາດ ທີ່ມີມະນຸດ ຄວບຄຸມ ແຫ່ງປະເທດຈີນ(CMSA) ສົ່ງນັກບິນ ອາວະກາດ ຈຳນວນ 3ຄົນ ດ້ວຍຍານ ເສີນໂຈ່-12 (Shenzhou-12) ຢູ່ເທີງ ຈະຫລວດຂົນສົ່ງ ລອງມາສ-2ເອຟ (Long March-
2F)ຖືກສົ່ງຂຶ້ນສູ່ ວົງໂຄຈອນ ຈາກສູນປ່ອຍ ດາວທຽມ ຈີວຊວນ(Jiuquan) ແຂວງກ່ານຊູ່ ຂອງຈີນ ປະສົບຜົນສຳເລັດ ເປັນຄັ້ງທຳອິດ ເພື່ອປະຕິບັດໜ້າທີ່ ຢູ່
ເທິງອາວະກາດ ເປັນເວລາ 3ເດືອນ ສ່ວນໃຫຍ່ ເປັນນັກບິນ ອາວະກາດ ທີ່ມີປະສົບການສູງ ຄື: ທ່ານ ເນຍໄຫ່ເຊີ່ງ(Nie Haisheng),ເປັນຜູ້ບັນຊາການ ອາຍຸ
56ປີ ທີ່ເຄີຍປະຕິບັດໜ້າທີ່ ຢູ່ຍານອາວະກາດ ເສີນໂຈ່-6(Shenzhou-6)ແລະ ເສີນໂຈ່-10, ທ່ານ ຫລິວໂປ໋ໝິງ(Liu Bo Ming) ອາຍຸ 54ປີ ເຄີຍປະຕິບັດ
ໜ້າທີ່ ເສີນໂຈ່-7ແລະ ທ່ານ ທັງຫົງໂປ(Tang Hong Bo) ອາຍຸ 45ປີ ຖືເປັນການປະຕິບັດໜ້າ ທີ່ເປັນຄັ້ງທຳອິດ ໂດຍນັກບິນ ອາວະກາດ ທັງໝົດນີ້ ຈະປະຕິບັດໜ້າທີ່ ສຳຄັນ ເປັນຕົ້ນ ການຮັກສາ ແລະ ສ້ອມແປງ ຢູ່ນອກຍານ ອາວະກາດ,ການປ່ຽນອຸປະກອນໃໝ່,ການນຳໃຊ້ ອຸປະກອນ ວິທະຍາສາດ ຢ່າງຖືກຕ້ອງ ແລະ ວຽກງານ ສຳຄັນ ອື່ນໆອີກ
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ