ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານການເກີດແຜ່ນດິນໄຫວໃນຂອບເຂດທົ່ວປະເທດ ວັນທີ 18 ມີຖຸນາ 2021 ເວລາ 02:55 ໂມງຂອງໂມງທ້ອງຖິ່ນ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ຈໍານວນ 1 ຄັ້ງ ໃນບໍລິເວນເຂດ ແຂວງຫລວງນໍ້າທາ ຈດສູນກາງເສັ້ນຂະໜານທີ 20.85 ອົງສາເໜືອ ແລະ ເສັ້ນ
ແວງທີ 100.97 ອົງສາຕາເວັນອອກ ດ້ວຍຄວາມແຮງສັ່ນສະເທືອນວັດແທກໄດ້ 2.2 ຣີກເຕີ ມີຄວາມເລິກຫ່າງຈາກເທິງໜ້າດິນປະມານ 5 ກິໂລແມັດ ທີ່ເກີດເຫດຢູ່ ບ້ານທົ່ງລາດ ເມືອງລອງ ແຂວງຫລວງນໍ້າທາ ແລະ ຫ່າງຈາກເທສະບານ ເມືອງລອງ ປະມານ 20 ກິໂລແມັດ, ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.