ຂປລ. ສູນການຄ້າວິວມໍ (View Mall) ເພີ່ມມາດຕະການ ໃນການປ້ອງກັນ ໂ ຄ ວ ິ ດ ຢ່າງເຂັ້ມງວດ ໂດຍການເພີ່ມຈຸດກວດວັດແທກອຸນຫະພູມ, ຜ້າອັດປາກ-ດັງ, ເຈວລ້າງມືໃນແຕ່ລະຈຸດ ເລີ່ມແຕ່ທາງເຂົ້າສູນການຄ້າ ແລະ ໜ້າຮ້ານຄ້າຕ່າງໆ ພາຍໃນສູນດັ່ງກ່າວ. ພ້ອມກັນນີ້, ລູກຄ້າທີ່ເຂົ້າມາໃຊ້ບໍລິ ການ ຕ້ອງໄດ້ຜ່ານການສັກວັກແຊງປ້ອງກັນ ໂ ຄ ວ ິ ດ ຢ່າງໜ້ອຍ 1 ເຂັມ ຈຶ່ງສາມາດເຂົ້າມາໃຊ້ບໍລິການຮ້ານຄ້າໃນສູນການຄ້າແຫ່ງນີ້ໄດ້.ທ່ານ ອິນທະສອນ ນ້ອຍວົງ ຜູ້ບໍລິຫານຈັດການ ສູນການຄ້າວິວມໍ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 17 ມິຖຸນາ 2021 ນີ້ວ່າ: ສູນການຄ້າວິວມໍ ໄດ້ເປີດໃຫ້ບໍລິການແກ່ລູກຄ້າມາໄດ້ 5 ປີແລ້ວ, ໃນໄລຍະທີ່
ມີການລະບາດຂອງພະຍາດ ໂ ຄ ວ ິ ດ ເປັນຕົ້ນມາ ທາງສູນການຄ້າຂອງພວກເຮົາ ກໍໄດ້ຮັບຜົນກະທົບຢ່າງໜັກ ລູກຄ້າທີ່ມາໃຊ້ບໍລິການຫລຸດລົງເກືອບເຄິ່ງ ລວມເຖິງຜູ້ມາເຊົ່າສະຖານທີ່ ແລະ ຜູ້ປະ ກອບການຈຳນວນໜຶ່ງ ໄດ້ປິດກິດຈະການຊົ່ວຄາວ ໂດຍສະເພາະຮ້ານນວດ ແລະ ຮ້ານເສີມສວຍ.ໃນໄລຍະສອງສາມມື້ຜ່ານມາ ທາງວິວມໍ ໄດ້ຮັບຂ່າວຈາກຄະນະສະເພາະກິດວ່າ ມີຜູ້ຕິດເຊື້ອເຂົ້າມາໃຊ້ບໍລິການ ຊື້ເຄື່ອງອຸປະໂພກ-ບໍລິໂພກ ຢູ່ລິມປິງ ຊຸເປີມາກເກັດຂອງສູນການຄ້າວິວມໍ, ເຊິ່ງທາງ ຄະ
ນະບໍລິຫານພວກເຮົາກໍບໍ່ໄດ້ນິ້ງນອນໃຈ ໄດ້ສະເໜີໃຫ້ທີມແພດສູນກາງ ລົງມາເກັບຕົວຢ່າງຂອງ ພະນັກ ງານທຸກຄົນ, ເຊິ່ງຜົນກວດອອກມາເປັນລົບ ແລະ ບໍ່ມີຜູ້ໃດ
ຕິດເຊື້ອ. ພ້ອມດຽວກັນ, ກໍໄດ້ມີການພົ່ນຢາຂ້າເຊື້ອທົ່ວຫ້າງໃນວິວມໍ 1 ຄັ້ງຕໍ່ອາທິດ. ສະນັ້ນ, ເພື່ອສ້າງຄວາມເຊື່ອໝັ້ນ ແລະ ເຮັດໃຫ້ລູກຄ້າທີ່ມາໃຊ້ບໍລິການ ລວມເຖິງພະນັກງານຢູ່ວິວມໍ ແຫ່ງນີ້ ໃຫ້ມີຄວາມປອດໄພ ຈາກເຊື້ອພະຍາດ ໂ ຄ ວ ິ ດ ນີ້ ທາງສູນການຄ້າຂອງພວກເຮົາ ກໍໄດ້ມີມາດຕະການທີ່ເຂັ້ມງວດ ໂດຍອີງໃສ
ມາດຕະການປ້ອງກັນ ຂອງລັດຖະ ບານວາງອອກ ທີ່ໄດ້ມີການຜ່ອນຜັນໃນແຕ່ລະໄລຍະ ພວກເຮົາກໍໄດ້ເອົາໃຈໃສ່ ໂດຍສະເພາະແມ່ນ ການໃຫ້ການບໍລິການ ທີ່ມີຄວາມສະດວກແກ່ລູກຄ້າ ທີ່ເຂົ້າມາໃຊ້ບໍລິການຢູ່ສູນການຄ້ານີ້ ເປັນຕົ້ນ ລະດົມໃຫ້ທຸກຄົນ ບໍ່ວ່າຈະເປັນພະນັກງານ ຫລື ຜູ້ທີ່ເຂົ້າມາໃຊ້ບໍລິການ ຕ້ອງໃສ່ຜ້າອັດປາກ-ດັງ,
ເວັ້ນໄລຍະ ຫ່າງ, ວັດແທກອຸນຫະພູມ ຖ້າຜູ້ໃດອຸນຫະພູມສູງເກີນ 37 ອົງສາ ກໍຈະບໍ່ໃຫ້ເຂົ້າມາ. ພ້ອມນີ້, ໃນແຕ່ລະຈຸດຂອງແຕ່ລະຮ້ານ ກໍໄດ້ຕັ້ງເຈວລ້າງມື ເພື່ອ
ໄວ້ບໍລິການລູກຄ້າໄດ້ລ້າງມື ກ່ອນເຂົ້າມາຊື້ສິນຄ້າ ແລະ ຫລັງອອກຈາກຮ້ານ. ພະນັກງານໃນຫ້າງທຸກຄົນ ໄດ້ຮັບການສັກວັກແຊງຄົບຈຳນວນ 2 ເຂັມແລ້ວ, ສ່ວນລູກຄ້າກໍຕ້ອງໄດ້ຮັບການສັກວັກແຊງຢ່າງໜ້ອຍ 1 ເຂັມ ຈຶ່ງຈະເຂົ້າມາໃຊ້ບໍລິການຢູ່ສູນການຄ້າວິວມໍໄດ້.ທ່ານ ອິນທະສອນ ນ້ອຍວົງ ກ່າວຕື່ມວ່າ: ໃນທ່າມກາງທີ່ຍັງມີການລະບາດຂອງພະຍາດ ໂ ຄ ວ ິ ດ ນີ້, ຂ້າພະເຈົ້າ ຂໍຮຽກຮ້ອງ ແລະ ແຈ້ງເຖິງບັນດາລູກຄ້າທຸກພາກສ່ວນ, ສຳລັບລູກຄ້າທີ່ມາຈາກທາງນອກ ກໍຂໍຄວາມຮ່ວມມື
ນຳ ທຸກຄົນຕ້ອງໄດ້ຜ່ານຈຸດກວດວັດແທກອຸນຫະພຸມທຸກໆບ່ອນທີ່ມີຈຸດກວດຢູ່, ໃສ່ຜ້າອັດປາກ-ດັງ, ເວັ້ນໄລຍະຫ່າງ, ລ້າງມືທຸກຄັ້ງກ່ອນ ແລະ ຫລັງເຂົ້າໃຊ້ບໍລິການຢູ່ທີ່ສະຖານທີ່ແຫ່ງນີ້. ນອກຈາກນີ້, ລູກຄ້າທີ່ຈະເຂົ້າມາໃຊ້ບໍລິການ ກໍຍັງຕ້ອງໄດ້ລົງທະບຽນລະບຸຊື່, ເວລາເຂົ້າ, ສະຖານທີ່ພັກເຊົາຂອງຕົນເອງ, ເບີໂທຕິດຕໍ່ ພ້ອມທັງລະບຸວ່າໄດ້ຮັບວັກແຊງຈັກເຂັມ. ພວກເຮົາເຮັດມາດຕະການທີ່ເຄັ່ງຄັດນີ້ຂຶ້ນມາ ກໍເພື່ອຢາກເຮັດໃຫ້ສະຖານທີ່ແຫ່ງນີ້ປອດເຊື້ອ ໂ ຄ ວ ິ ດ ແລະ ບໍ່ຢາກໃຫ້ມີການແພ່ເຊື້ອດັ່ງກ່າວ, ຢູ່ສູນການຄ້າຂອງພວກເຮົາ.
ຂ່າວ-ຮູບ: ມະນີທອນ