ຄວາມຈິງເປັນແນວໃດແທ້ ຈາກເຫດການມີຜູ້ເສຍຊີວິດ 3 ຄົນ ຢູ່ເຂດບ້ານຫີນເຫີບໃນມື້ວັນທີ17/6/2021 ເຊິ່ງມີຜູ້ໃຊ້ເຟສບຸກຊື່ Jun TO ໄດ້ໂພສໄປນັ້ນມີດັ່ງນີ້:
ມື້ນີ້ທາງເມື່ຶອງຫີນເຫີບເຮົາເກີດເຫດການແປກປະລາດຄົນຢູ່ຊື່ໆກະຕາຍ ມື້ນີ້ເສຍຊີວິດໄປ3ຄົນໂດຍບໍ່ມີສາເຫດ ຄົນ1 ຍາງຢູ່ດີໆກະລົ່ມລົງແລ້ວເສຍຊີວິດ(ຢູ່ບ້ານນາເລືອງ) ຄົນທີ2ນອນຢູ່ດີໆກະເສຍຊີວິດ(ຢູ່ບ້ານໂພນມ່ວງ) ຄົນທີສາມແມ່ນໂຊເຟີລົດ10ລໍ ຂັບລົດດີກະເສຍຊີວິດຢູ່(ບ້ານວຽງທອງ)
ລາຍລະອຽດມີດັ່ງນີ້:(ພ້ອມຄລິບວີດີໂອ)
ຜູ້ທີ່1: ແມ່ນໄປກິນເຫຼົ້າມາຮອດເຮືອນ ແລ້ວມານອນ ເວລາຕໍ່ມາມີອາການຊອ໋ດແລ້ວເສຍຊີວິດໄປ.
ຜູ້ທີ່2: ແມ່ນໂຊເຟີລົດ 10 ລໍ້ ໄດ້ຂັບລົດມາຮອດບ້ານວຽງທອງບ່ອນມີດ່ານຕຳຫຼວດແລ້ວເພີ່ນກະຍຸດກວດລົດແລ້ວໆ ເພີ່ນກະຂື້ນລົດຂັບລົດໄປແປບໜຶ່ງກໍ່ເກີດອາການຊອ໋ດແລ້ວເສຍຊີວິດ.ຜູ້ບໍ່ຮູ້ແມ່ນຄົນບ້ານໃດ ແຕ່ເຫດເກີດແມ່ນຢູ່ບ້ານວຽງທອງ.
ຜູ້ທີ່3: ແມ່ນຢູ່ບ້ານນາເລືອນ ແຕ່ເຫດເກີດບໍ່ໄດ້ເກີດຢູ່ບ້ານນາເລືອນ, ເຫດເກີດຢູ່ເມືອງສັງທອງ ເຫດການ ແມ່ນຍ່າງໄປຊື້ຢາສູບແລ້ວກະເກີດມີອາການຊອ໋ດລະກະເສຍຊີວິດເວລາຕໍ່ມາ.
(ເບິ່ງຄລິບ)