ເກີດເຫດ! ດິນຍຸບເຮັດໃຫ້ລົດທີ່ຈອດຢູ່ຈົມຫາຍໄປ

    0
    642

    ເຫດເກີດຢູ່ທີ່ ເມືອງ Mumbai (ມຸມໄບ) ປະເທດອິນເດຍ, ໄດ້ເກີດເຫດດິນຍຸບລົງຢູ່ທີ່ບ່ອນຈອດລົດແຫ່ງໜຶ່ງ ເຊິ່ງສ້າງຄວາມຕົກໃຈໃຫ້ກັບເຈົ້າຂອງລົດ ແລະ ປະຊາຊົນທີ່ຢູ່ແຖວນັ້ນ.

    ໂດຍທາງຕຳຫຼວດໄດ້ເຜິຍວ່າ ຈຸດດັ່ງກ່າວນັ້ນແມ່ນເຄີຍເປັນໜອງນໍ້າຂະໜາດໃຫຍ່ມາກ່ອນ ແຕ່ມີຄົນມາສ້າງທາງທັບເປັນທາງຄອນກຣີດ ແລະ ເຮັດເປັນບ່ອນຈອດລົດ.

    ເຊິ່ງເຫດການດັ່ງກ່າວ ໄດ້ເກີດຂຶ້ນໃນຊ່ວງຕອນແລງຂອງວັນທີ 13 ມິຖຸນາ ປີ 2021, ສາເຫດທີ່ເຮັດໃຫ້ທາງຍຸບລົງໄປແບບນັ້ນ ຍ້ອນວ່າໄດ້ມີຝົນຕົກໜັກເລີຍເຮັດໃຫ້ທາງແຕກ ແລະ ກາຍເປັນຂຸມໃຫຍ່ແບບທີ່ເຫັນໃນຮູບ.

    ເຫດການດັ່ງກ່າວ ແມ່ນບໍ່ມີໃຜໄດ້ຮັບບາດເຈັບ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.