ນັກຂຽນຊາວຫວຽດນາມ ໄດ້ຮຽບຮຽງປະຫວັດຂອງ ທ່ານ ທໍ່ຕູ້ ຢາໄຊຈູ ຜູ້ນໍາການຕໍ່ສູ້ຕ້ານພວກລ່າເມືອງຂື້ນ ທີ່ແຂວງຊຽງຂວາງ ເຊິ່ງຜົນງານການຂຽນດັ່ງກ່າວໄດ້ອອກວ່າງຂາຍໃນປີກາຍນີ້.
ທໍ່ຕູ້ ຢາໄຊຈູ (1916 – 1961) ແມ່ນຊາວໜຸ່ມຊົນເຜົ່າມົ້ງ ຢູ່ເມືອງ ໜອງແຮດ, ແຂວງ ຊຽງຂວາງ.
ດ້ວຍນໍ້າໃຈຮັກຊາດ, ອ້າຍບ່າວອາຍຸ 16 ປີ ໄດ້ສ້າງຕັ້ງກອງຫຼອນນ້ອຍຂອງບ້ານ. ຜ່ານວັນເວລາແຫ່ງການຕໍ່ສູ້ ແລະ ສ້າງວິລະກຳອັນລືຊາຫລາຍຢ່າງ, ກອງຫຼອນຂອງທ່ານ ທໍ່ຕູ້ ຢາໄຊຈູ ໄດ້ເຕີບໃຫຍ່ເຂັ້ມແຂງດຶງດູດເອົາຊາວໜຸ່ມບັນດາຊົນເຜົ່າຢູ່ແຂວງ ຂຽງຂວາງ ແລະ ປ່ຽນຊື່ເປັນກອງຫຼອນ ປັດໃຈ
ເກືອບ 60 ປີກ່ອນໜ້ານີ້, ທ່ານ ທໍ່ຕູ້ ຢາໄຊຈູ, ອ້າຍບ່າວຊາວເຜົ່າມົ້ງ ດ້ວຍຄວາມສະຫລາດສະຫລຽວ, ຄວາມພິລະອາຫານ, ຄວາມປິຊາສາມາດຂອງຕົນ ໄດ້ນຳພາກອງພັນທີ 2 ຜ່ານຜ່າວົງລ້ອມຂອງພວກສັດຕູ,
ຂ້າມປ່າລົງຫ້ວຍ, ຮັກສາກຳລັງໄປຮອດຖານທີ່ໝັ້ນຊາຍແດນ ຫວຽດ-ລາວ ຢ່າງປອດໄພ. ນີ້ແມ່ນການເຄື່ອນທັບ, ການຕໍ່ສູ້ອັນໄດ້ສ້າງ ຂີດໝາຍໃນປະຫວັດສາດການປະຕິວັດລາວ ຢ່າງເລິກເຊິ່ງເວົ້າລວມ ແລະ ປະຫວັດສາດກອງທັບປະເທດລາວເວົ້າສະເພາະ.
ພາຍຫລັງກຳລັງກອງທັບປະຕິບັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ (ປະເທດ ລາວ), ທໍ່ຕູ້ ຢາໄຊຈູ ໄດ້ເປັນຜູ້ບັນຊາການກອງພັນທີ 2, ເປັນກອງພັນໜຶ່ງທີ່ສູ້ຮົບ ແລະ ໄດ້ຮັບໄຊຊະນະໃນຫລາຍບັ້ນຮົບໃຫຍ່, ສົມທົບກັບທະຫານອາສາສະໝັກ ຫວຽດນາມ ຕີຊະນະ ຝຣັ່ງ ແລ້ວກໍ່ຕີຊະນະ ອາເມລິກາ ຢູ່ ຊຽງຂວາງ, ໜອງແຮດ, ທົ່ງໄຫຫີນ.
ທໍ່ຕູ້ ຢາໄຊຈູ ເສຍສະຫຼະຊີວິດໃນປີ 1961, ລວມອາຍຸໄດ້ 45 ປີຢູ່ທົ່ງໄຫຫີນ ແຂວງ ຊຽງຂວາງ ແລະ ໄດ້ຮັບນາມມະຍົດນັກວິລະຊົນແຫ່ງຊາດຈາກພັກ, ລັດ, ລັດຖະບານ, ກອງທັບແຫ່ງ ສປປ.ລາວ.
ຂໍ້ມູນ: ເປັນເລື່ອງ ເປັນລາວ