10 ເຫດຜົນ ເປັນຫຍັງບໍ່ລວຍຈັກເທື່ອ

    0
    443

    ເດືອນສອງເດືອນທີ່ຜ່ານມາມີຂ່າວຜູ້ຄົນຖືກເລກຖືກຫວຍລາງວັນທີ1ໃຫ້ເຫັນຢູ່ທຸກງວດແຕ່ປະຫລາດຄົນເຫຼົານີ້ບໍ່ແມ່ນເຈົ້າເປັນເລື່ອງແປກທີ່ສຸດເມື່ອຄົນສ່ວນໃຫ່ຍຄິດວ່າຫົນທາງດຽວທີ່ຈະເຮັດໃຫ້ລວຍໄດ້ຄືການຖືກຫວຍລາງວັນທີ1ເຊິ່ງໃນຄວາມເປັນຈິງແລ້ວເຮົາສາມາດລວຍໄດ້ເບິ່ງຈາກເສດຖີທີ່ກໍ່ຮ່າງສ້າງຕົວຈາກຄວາມບໍ່ມີມາກ່ອນການທີ່ຈະເປັນຄົນລ້ຳລວຍຂຶ້ນຢູ່ກັບຄວາມຄິດກ່ຽວກັບການເງິນຂອງເຈົ້າລ້ວນໆ

    1 ເຈົ້າຄິດວ່າເຈົ້າບໍ່ສົມຄວນຈະໄດ້ຮັບຄວາມລ້ຳລວຍ

    ເຊີ່ງຖືເປັນຄວາມຄິດແງ່ລົບທີ່ຈະເຮັດໃຫ້ເຈົ້າຕິດແຫງກບໍ່ມີທາງລວຍໄດ້ເຈົ້າຢ່າລືມວ່າທຸກມື້ນີ້ເຮົາຢູ່ໃນໂລກທີ່ມີລະບົບທຶນນິຍົມເປັນຕົວຂັບເຄື່ອນດັ່ງນັ້ນທຸກຄົນມີສິດທີ່ຈະກາຍເປັນມະຫາເສດຖີດ້ວຍກັນທັງນັ້ນຕາບໃດທີ່ເຈົ້າມີຄວາມພະຍາຍາມ

    2 ເຈົ້າຄິດວ່າເຈົ້າບໍ່ເກັ່ງພໍ

    ການສຶກສາບໍ່ໄດ້ເປັນສິ່ງຊີ້ຊັດວ່າເຈົ້າຈະປະສົບຜົນສຳເລັດໄດ້ຫລືບໍ່ຜູ້ກໍ່ຕັ້ງຍັກໃຫ່ຍຢ່າງໄມໂຄຊອບ,ເຟສບຸກ,&ເດວຄອມພິວເຕີ້ຫລແມ່ນແຕ່ທີ່ເຮົາຍົກຕົວຢ່າງໄປຂ້າງຕົ້ນລ້ວນແຕ່ຮຽນບໍ່ຈົບຫລືບາງຄົນບໍ່ໄດ້ຮຽນທະຫາວິທະຍາໄລເລີຍ

    3 ເຈົ້າບໍ່ຄິດວ່າເຈົ້າຈະລວຍໄດ້ເພາະເຈົ້າບໍ່ມີຄວາມທະເຍີທະຍານ

    ເອົາແທ້ໆຄົນລວຍກໍ່ບໍ່ໄດ້ມີຄວາມທະເຍີທະຍານມັກໃຫ່ຍໄຝ່ສູງຫລາຍກວ່າເຮົາໆທຸກຄົນແຕ່ສິ່ງທີ່ເຂົາມີຄວາມເຊື່ອຫມັ່ນໃນຕົວເອງວ່າພວກເຂົາຈະເຮັດຄວາມຝັນພວກເຂົາໃຫ້ເປັນຈິງຖ້າຢາກລວຍດ້ວຍຕົນເອງເຈົ້າຕ້ອງເຊື່ອໃນຕົວເຈົ້າເອງຫລາຍກວ່ານີ້

    4 ເຈົ້າມຸ້ງແຕ່ຈະເກັບເງິນຫລາຍກວ່າເຮັດໃຫ້ມັນງອກເງີຍ

    ຢ່າຟ້າວເຂົ້າໃຈຜິດຄົນລວຍເຂົາກໍ່ເກັບເງິນຄືກັນແຕ່ເຂົາບໍ່ໄດ້ເກັບເຂົ້າຖົງໃນເງິນນອນຢູ່ເສີຍໆຢ່າງດຽວເທົ່ານັ້ນແຕ່ພວກເຂົາເກັບເງິນແລະໃຊ້ໃຫ້ເງິນເຫລົ່ານັ້ນງອກເງີຍໄປໄດ້ອີກດ້ວຍການລົງທຶນທີ່ໄດ້ຜົນຕອບແທນສູງ

    5 ເຈົ້າຄິດວ່າການຈະມີເງິນຫລາຍຂຶ້ນຄືການເພີ່ມຊົ່ວໂມງການເຮັດວຽກ

    ແນ່ນອນເຈົ້າຈະໄດ້ເງິນຫລາຍຂຶ້ນບໍ່ພໍທໍ່ໃດຖ້າເຈົ້າໄດ້ຮັບເງິນລາຍຊົ່ວໂມງແຕ່ນັ້ນບໍ່ແມ່ນຫົນທາງທີ່ຈະເຮັດໃຫ້ເຈົ້າໄດ້ຮັບຄວາມລ່ຳລວຍແທ້ໆຄົນລວຍມັກມອງຫາທາງແກ້ບັນຫາທີ່ຈະເຮັດໃຫ້ເຈົ້າໄດ້ເງິນຫລາຍຂຶ້ນຊື່ງນັ້ນບໍ່ໄດ້ຂຶ້ນກັບວ່າເຈົ້າເຮັດວຽກຫລາຍປານໃດແຕ່ມັນຂຶ້ນຢູ່ກັບວ່າເຈົ້າເຮັດໄວປານໃດ

    6 ເຈົ້າຢ້ານຄວາມລົ້ມເຫລວ

    ຄົນລວຍທຸກຄົນບໍ່ໄດ້ເດີນມາເຖິງຈຸດນີ້ດ້ວຍເສັ້ນທາງທີ່ໂຮຍດ້ວຍກີບກຸຫລາບພວກເຂົາມີປະສົບການກັບຊ່ວງເວລາທີ່ລົ້ມເຫລວມາແລເວດັ່ງນັ້ນຈົ່ງຢ່າຢ້ານຄວາມຜິດພາດທີ່ມັນຕ້ອງເກີດຂຶ້ນຢູ່ແລ້ວກັບທຸກຄົນບໍ່ມີໃຜບໍ່ເຄີຍເຮັດຜິດພາດສິ່ງທີ່ເຈົ້າຕ້ອງເຮັດເມື່ອເກີດຄວາມຜິດພາດກໍ່ພຽງຮຽນຮູ້ຈາກມັນແລະບໍ່ເຮັດໃຫ້ເກີດຂໍ້ຜິດພາດແບບເກົ່າອີກ

    7 ເຈົ້າຄຸກຄີຢູ່ກັບຄົນຜິດ

    ແມ່ນຢູ່ເຮົາທຸກຄົນຮັກຫມູ່ເພື່ອນຂອງເຮົາແຕ່ຖ້າຫມູ່ຄູ່ຂອງເຈົ້າມີແຕ່ຄົນຈົນແລະມີຄວາມຄິດແບບຄົນຈົນດັ່ງນັ້ນການຄຸກຄິກກັບພວກເຂົາບໍ່ແມ່ນຫົນທາງທີ່ເຮັດໃຫ້ເຈົ້າລວຍເພາະຄົນລວຍສ່ວນໃຫ່ຍມັກຈະຄຸກຄີຢູ່ກັບຄົນລວຍຄົນອື່ນບໍ່ແມ່ນເພາະເຂົາຈະໄປສອດແນມແຕ່ເຂົາຕ້ອງການຮຽນຮູ້ຈາກຄົນລວຍຄົນອື່ນໆຖ້າເຈົ້າຢາກລວຍແທ້ໆຢູ່ໃກ້ໆກັບຄົນລວຍໄວ້ພະຍາຍາມຮຽນຮູ້ພວກເຂົາໃຫ້ໄດ້ຫລາຍທີ່ສຸດ

    8 ເຈົ້າເຊື່ອວ່າຊີວິດຄືການຕໍ່ສູ້

    ຄົນທຸກຄົນຖືກປູກຝັງວ່າໃຫ້ມີຄວາມສຸກກັບສິ່ງທີ່ມີເຮົາເຫັນດ້ວຍແຕ່ນັ້ນບໍ່ຫມາຍຄວາມວ່າເຈົ້າຕ້ອງຕິດຢູ່ກັບສິ່ງນັ້ນຕະຫລອດຊີວິດເມື່ອໃດຕ້ອງສູ້ຕ້ອງສູ້ຈຶ່ງຊະນະ
    9 ຢ່າຄິດວ່າເງິນຄືສິ່ງຊົ່ວຮ້າຍ

    ເຈົ້າຄົງເຄີຍເຫັນໂພສຕາມເຟດບຸກທີ່ສະກົດຈິດເຈົາວ່າມີເງິນບໍ່ມີຄວາມສຸກນັ້ນຄືສິ່ງປູກຝັງໃຫ້ເຈົ້າຄິດວ່າເງິນຄືສິ່ງຊົ່ວຮ້າຍເຈົ້າຈົ່ງບໍ່ມີເງິນເຈົ້າຈຶ່ງມີຄວາມສຸກທີ່ຈິງແລ້ວຕອນທີ່ບໍ່ມີເງິນທຸກກວ່າຕອນມີເງິນອີກອັນທີ່ຈິງເງິນເປັນສິ່ງທີ່ໃຊ້ແລກປ່ຽນວັດຖຸພື້ນຖານທີ່ເຮັດໃຫ້ເຈົ້າມີຊີວິດຢູ່ຕໍ່ໄປແຕ່ສຳລັບຄົນລວຍເງິນບໍພຽງແຕ່ທໍ່ນັ້ນພວກເຂົາຄິດວ່າເງິນຄືເຄື່ອງມືຊັ້ນດີທີ່ເຮັດໃຫ້ພວກເຂົາມີເງິນຫລາຍຂຶ້ນເຮັດໃຫ້ເຂົາມີອິດສະຫລະພາບທາງການເງິນແລະເຮັດຫຍັງກໍ່ໄດ້ປາສະຈາກຄວາມກັງວົນ

    10 ເຈົ້າຊັງຄວາມລວຍ

    ຫລາຍຄົນຄິດວ່າຄົນລວຍຄືພວກນິໄສບໍ່ດີຄົດໂກງຫນ້າເລືອດຕະຫລົບຕະແລງຄວາມຕິດນີ້ເອງທີ່ເຮັດໃຫ້ເຈົ້າບໍ່ຢາກເປັນຄນລວຍເພາະເຈົ້າບໍ່ຢາກກາຍເປັນຄົນທີ່ເຈົ້າຄິດວ່າຄົນລວຍເປັນຄວາມຈິງແລ້ວຄົນລວຍເປັນຄົນໃຈກວ້າງຫລາຍພວກເຂົາບໍລິຈາກເງິນຫລວງຫລາຍເພື່ອການກຸສົນແລະພວກເຂົາກໍ່ເຕັມໃຈທີ່ໃຫ້ເຈົ້າຮຽນຮູ້ໃນສິ່ງທີ່ເຂົາໄດ້ຮຽນຮູ້ຈາກປະສົບການພວກເຂົາທຸກຢ່າງເລີ່ມຈາກການປ່ຽນຄວາມຄິດຂອງຕົວເຮົາເມື່ອເຮົາມີຄວາມເຊື່ອສິ່ງໃດເຮົາກໍ່ເຮັດສິ່ງນັ້ນໄດ້ປະສົບຄວາມາຳເລັດເຊັ່ນດຽວກັບຄວາມຄິດໃນແງ່ລົບຖ້າເຮົາມີຄວາມເຊື່ອທີ່ບໍ່ດີຖ້າເຮົາຈະເຮັດຫຍັງຜົນຮັບທີ່ອອກມາຈະບໍ່ດີຕາມຄວາມຄິດເຮົາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.