ທ່ານຮູ້ບໍວ່າເວລາທີ່ທ່ານຮູ້ສືກເມື່ອຍບໍ່ມີແຮງ ເວລາທີ່ເຮົາອ່ອນເພຍ, ເຮົາມັກຈະໂທດຄວາມຄຽດ ແລະ ການນອນໜ້ອຍ ແຕ່ຍັງມີສີ່ງຜິດປົກກະຕິອື່ນອີກທີ່ສາມາດດູດພະລັງຂອງທ່ານໄດ້ ອ່ານແລ້ວສັງເກດເບີ່ງໂຕເອງວ່າແມ່ນຫຼືບໍ່?
+ ການຫຼີ້ນໂທລະສັບຫຼາຍເກີນໄປ : ທ່ານຈະເສຍນຳ້ໃນຮ່າງກາຍໄປທາງປາກຂະນະເວົ້າ,ເຊີ່ງເປັນອາການທີ່ເອີ້ນວ່າ: “phone-fatigue” ເຊີ່ງເປັນບັນຫາໃຫຍ່ສຳຫຼັບພະນັກງານບໍລິການລູກຄ້າ, ອາການຂາດນຳ້ເຮັດໃຫ້ເລືອດແຂງໂຕ ແລະ ຫຼູດປະລິມານອອກຊີແຊນໃນລະບົບທີ່ເປັນໂຕໃຫ້ພະລັງງານດັ່ງນັ້ນຖ້າທ່ານຫຼີ້ນໂທລະສັບດົນຄວນດື່ມນຳ້ໃຫ້ຫຼາຍໆ
ເພາະຮໍໂມນເມລາໂທນິນທີ່ກະຕຸ້ນໃຫ້ເຮົານອນຫຼັບ ແຕ່ແສງຈາກໂທລະສັບຫຼືຄອມພີວເຕີ ອາດຈະເຮັດໃຫ້ເຮົາຫຼັບຍາກ ໂດຍສະເພາະເມື່ອທ່ານກຳລັງເບີ່ງສີ່ງທີ່ສົນໃຈຢູ່ ເຊີ່ງເຮັດໃຫ້ທ່ານນອນເດີກ ແລະ ມີເວລານອນໜ້ອຍລົງ, ໃຫ້ທ່ານເຮັດຢ່າງອື່ນທີ່ຜ່ອນຄາຍແທນ ເຊັ່ນ: ອ່ານໜັງສືແລ້ວເບີ່ງວ່າທ່ານຈະຕື່ນໂຕຫຼາຍກວ່າເກົ່າໃນມື້ໃຫມ່.
ດັ່ງນັ້ນເມື່ອເວລາເຮົາຫຼີ້ນໂທລະສັບຫຼາຍເກີນໄປ ຫຼື ເປີດສັນຍານອີນເຕີເນັດໄວ້ຕະຫຼອດເວລາໃກ້ກັບໂຕທ່ານຈະເຮັດໃຫ້ສັນຍານເຫຼົ່ານີ້ດູດເອົາພະລັງງານຈາກໂຕທ່ານໄປເມື່ອເວລາຕື່ນນອນມາເຮົາຈະອິດເມື່ອຍລ້າ ແລະ ເຮັດໃຫ້ທ່ານເປັນຄົນຂີ້ຫຼົງຂີ້ລືມໄດ້.
ສະນັ້ນເວລານອນຄວນຈະປິດສັນຍານໂທລະສັບໄວ້ ຫຼື ອາດຈະປິດເຄື່ອງໄວ້ເລີຍກໍ່ຈະເປັນການດີແຕ່ຫາກຈຳເປັນບໍ່ຢາກປິດເຄື່ອງໂທລະສັບຄວນເອົາໄວ້ຫ່າງຈາກໂຕທ່ານ 1 ແມັດຈະເປັນການດີ.