ຂປລ. ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະ ມົນຕີ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກພັກ, ພະນັກງານ ພາຍໃນກະຊວງແຜນການ ແລະ ການລົງທຶນ (ຜທ) ໃຫ້ສືບຕໍ່ເອົາໃຈໃສ່ບາງບັນຫາທີ່ສຳຄັນ ເພື່ອເຮັດໃຫ້ວຽກງານຂອງຂະແໜງແຜນການ ແລະ ການລົງທຶນ ມີທ່າກ້າວໃໝ່ ແລະ ຄຸນນະພາບໃໝ່ໃນຕໍ່ໜ້າ.
ສະຫາຍ ສອນໄຊ ສີພັນດອນ ກ່າວໃນໂອກາດໂອ້ລົມຕໍ່ກອງປະຊຸມຈັດຕັ້ງ, ເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ທີ່ກະຊວງ ຜທ ຊຶ່ງຈັດຂຶ້ນໃນວັນທີ 15-16 ມິຖຸນາ 2021, ໂດຍມີຜູ້ເຂົ້າຮ່ວມທັງໝົດ 200 ກວ່າສະຫາຍ.
ບັນຫາທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ໃນຕໍ່ໜ້າປະກອບ ມີ: ເພີ່ມທະວີບົດບາດການນໍາພາ-ຊີ້ນໍາຂອງຄະນະພັກກະຊວງ, ຄະນະໜ່ວຍພັກໃຫ້ເຂັ້ມແຂງ ຕາມຄໍາຂວັນ: “ເພີ່ມທະວີການນໍາພາວຽກງານແຜນການ ແລະ ການລົງທຶນ ໃຫ້ມີການຫັນປ່ຽນໃໝ່ຢ່າງມີຈຸດສຸມ, ມີຄຸນນະພາບ ແລະ ທັນສະໄໝ່”, ວຽກງານສຶກສາອົບຮົມການເມືອງແນວຄິດ ແລະ ເຜີຍແຜ່ບັນດາເນື້ອໃນເອກະສານສຳຄັນຂອງພັກ, ລວມທັງສຶກສາອົບຮົມສະມາຊິກພັກ-ພະພັກງານ ໃຫ້ມີລະບຽບວິໄນ, ມີຈັນຍາບັນ, ບໍລິການຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ ແລະ ບໍ່ສວຍໃຊ້ຖານະຕຳແໜ່ງສະແຫວງຫາຜົນປະໂຫຍດສ່ວນຕົວ.
ເອົາໃຈໃສ່ຍົກສູງຄຸນນະພາບວຽກງານຄົ້ນຄວ້າ ແລະ ການເຜີຍແຜ່ຜົນງານການຄົ້ນຄວ້າໃນຫົວຂໍ້ຕ່າງໆທີ່ພັກ ແລະ ລັດຖະບານມອບໝາຍໃຫ້ຢ່າງເປັນເຈົ້າການ, ເລິກເຊິ່ງ ແລະ ກວ້າງຂວາງ, ໂດຍສະ ເພາະການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ວິໄສທັດຮອດປີ 2030, ຍຸດທະສາດການພັດທະນາ 10 ປີ (2016-2025), ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025). ເອົາໃຈໃສ່ສ້າງ, ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະໃຫ້ສອດຄ່ອງ, ຮັບປະກັນປະສິດທິຜົນ ແລະ ການດຸ່ນດ່ຽງມະຫາພາກ, ດຸ່ນດ່ຽງແຫລ່ງທຶນເຂົ້າໃສ່ການພັດທະນາ, ຄົ້ນຄວ້ານະໂຍບາຍ ແລະ ມາດຕະການແກ້ໄຂໜີ້ສິນການລົງທຶນຂອງລັດ, ໄປພ້ອມໆ ກັບການຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການປະເມີນໂຄງການລົງທຶນຂອງລັດ, ເດັດດ່ຽວຕັດຮອນມູນຄ່າໂຄງການທີ່ສູງເກີນຄວາມເປັນຈິງ, ເນັ້ນການຄັດເລືອກບັນດາໂຄງການທີ່ເປັນບູລິມະສິດຈຳເປັນ ແລະ ຕິດຕາມ, ກວດກາ, ປະເມີນຜົນກະທົບຂອງໂຄງການໃຫຍ່ລະດັບຊາດ ໃຫ້ມີຄວາມສອດຄ່ອງ ແລະ ຮັບປະກັນຄວາມຍືນຍົງຂອງໂຄງການ.
ຂະນະດຽວກັນ, ກໍສຸມໃສ່ການຂົນຂວາຍ, ລະດົມ ແລະ ຍາດແຍ່ງທຶນຊ່ວຍເຫລືອທາງການ ເພື່ອການພັດທະນາ ໃຫ້ໄດ້ຕາມຕົວເລກຄາດໝາຍສູ້ຊົນ ທີ່ໄດ້ກຳນົດໄວ້ໃນລາຍງານການເມືອງ ແລະ ນຳໃຊ້ຂະບວນການກອງປະຊຸມໂຕະມົນ ເພື່ອລະດົມທຶນຮອນ ແລະ ຊຸກຍູ້ຂະແໜງການ ແລະ ທ້ອງຖິ່ນ, ເພີ່ມທະວີຄວາມເປັນເຈົ້າການຂອງຕົນເອງ ໃນການເຮັດວຽກຮ່ວມກັບຄູ່ຮ່ວມພັດທະນາ; ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງ ແລະ ສັນຍາຕ່າງໆ ທີ່ຜູ້ນຳຂັ້ນສູງຂອງ ສປປ ລາວ, ສສ ຫວຽດນາມ ແລະ ສປ ຈີນ ໄດ້ຕົກລົງເປັນເອກະພາບກັນແລ້ວ ໃຫ້ເກີດໝາກຜົນເປັນຮູບປະທຳ.
ຕັ້ງໜ້າປະຕິບັດກົດໝາຍ ວ່າດ້ວຍສົ່ງເສີມການລົງທຶນໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ໂດຍສຸມໃສ່ການຕິດຕາມ-ກວດກາ ການຈັດຕັ້ງປະຕິບັດບັນດາໂຄງການທີ່ໄດ້ຮັບອະນຸມັດໄປແລ້ວ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິພາບສູງ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການລົງທຶນທັງພາຍໃນ ແລະ ຕ່າງປະເທດຕາມ, ລວມທັງຍົກສູງປະສິດທິຜົນການລົງທຶນຢູ່ໃນເຂດເສດຖະກິດພິເສດ ເພື່ອແນໃສ່ສ້າງວຽກເຮັດງານທຳ ແລະ ກາຍເປັນສ່ວນໜຶ່ງຂອງຕ່ອງໂສ້ການຜະລິດໃນພາກພື້ນ ແລະ ສາກົນ.
ສູ້ຊົນວຽກງານສະຖິຕິໃຫ້ບັນລຸຄາດໝາຍ ທີ່ກຳນົດໄວ້ໃນຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ 2016-2025, ສ້າງຍຸດທະສາດພັດທະນາລະບົບສະຖິຕິ 2021-2030 ເພື່ອສະ ໜອງຂໍ້ມູນທີ່ຈຳເປັນ ໃຫ້ແກ່ການວາງນະໂຍບາຍ ແລະ ສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX. ພ້ອມກັນນັ້ນ, ສຸມໃສ່ການປັບປຸງລະບົບກົງຈັກການຈັດຕັ້ງຂອງຂະແໜງ ຜທ ໃຫ້ກະທັດຮັດ, ປັບປຸງກົນໄກການບໍລິຫານການຄຸ້ມຄອງ ແລະ ປະສານງານໃຫ້ມີປະສິດທິພາບສູງຂຶ້ນ, ວ່ອງໄວ ແລະ ໂປ່ງໃສ, ຮັບປະກັນເຮັດໃຫ້ຂະແໜງແຜນການ ແລະ ການລົງທຶນກ້າວເຂົ້າສູ່ການຫັນເປັນທັນສະ ໄໝເປັນກ້າວໆ. ເອົາໃຈໃສ່ປັບປຸງກົນໄກ, ລະບອບ, ລະບຽບການຕິດຕາມ, ກວດກາໃຫ້ເປັນລະບົບ, ຮັດກຸມ ເພື່ອຕິດຕາມ, ກວດກາໂຄງການເລີ່ມແຕ່ຫົວທີ; ເພີ່ມທະວີການຕິດຕາມ, ກວດກາການຈັດຕັ້ງ ແລະ ບຸກຄົນ, ກວດກາຕາມຄວາມຮັບຜິດຊອບຂອງກະຊວງແຜນການ ແລະ ການລົງທຶນ ແລະ ຕາມການມອບໝາຍຂອງຂັ້ນເທິງ.
ຄຽງຄູ່ກັນນັ້ນ, ຄະນະພັກທຸກຂັ້ນ ຕ້ອງເອົາໃຈໃສ່ສືບຕໍ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດນເນັ້ນໃຫ້ຄະນະໜ່ວຍພັກ ແລະ ສະມາຊິກພັກທຸກສະຫາຍ ຕ້ອງໄດ້ເອົາໃຈໃສ່ຕໍ່ເນື້ອໃນໃນ 5 ດ້ານ ຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນຳພາ ແລະ ນຳພາປະຕິບັດໜ້າທີ່ການເມືອງ.
ຂ່າວ: ສິງຄຳ
ພາບ: ເກດສະໜາ