ພາຍຫຼັງທີ່ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກໍານົດບ້ານແດງ, ບ້ານເຫຼືອງ ແລະ ບ້ານຂຽວ ເພື່ອຄວາມສະດວກໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ນັ້ນ ຮອດປັດຈຸບັນນີ້ ຍັງມີ ແຕ່ 2 ເມືອງຈາກ 9 ຕົວເມືອງໃນນະຄອນຫຼວງວຽງຈັນ ທີ່ບໍ່ມີບ້ານແດງ ຫຼື ເຂດແດງ ຄື: ເມືອງປາກງື່ມ ແລະ ເມືອງສັງທອງ. 7 ຕົວເມືອງທີ່ມີບ້ານແດງນັ້ນປະກອບມີເມືອງ ໄຊເສດຖາທີ່ມີ 3 ບ້ານຄືບ້ານທາດຫຼວງກາງ, ບ້ານໂພນສະອາດ ແລະ ບ້ານໂພນທັນ. ເມືອງສີສັດຕະນາກ ປະກອບມີ 1 ບ້ານຄື: ບ້ານດອນນົກຂຸ້ມ. ເມືອງຫາດຊາຍຟອງປະກອບມີ 1 ບ້ານຄື: ບ້ານສົມຫວັງ.
ເມືອງສີໂຄດຕະບອງປະກອບມີ 5 ບ້ານຄື: ບ້ານນາຄໍາ, ບ້ານໜອງສະໂນຄໍາ, ບ້ານສີໄຄທົ່ງ, ບ້ານເກົ້າລ້ຽວ ແລະ ບ້ານໜອງແຕ່ງເໜືອ. ເມືອງໄຊທານີປະກອບມີ 3 ບ້ານຄື : ບ້ານຄໍາຮຸ່ງ, ນາແຄ ແລະ ບ້ານຕານມີໄຊ. ເມືອງຈັນທະບູລີມີ 3 ບ້ານຄື: ບ້ານ ທົ່ງຕູມ, ຫ້ວຍຫົງ ແລະ ບ້ານດອນແດງ. ເມືອງນາຊາຍທອງມີ 1 ບ້ານຄື: ບ້ານໂພນສະຫວາດ.ບ້ານສີແດງແມ່ນບ້ານທີ່ເປັນການປ້ອງກັນພະຍາດໂຄວິດ-19 ຂັ້ນສູງສຸດ ແຕ່ ທັງ 3 ບ້ານແມ່ນໃຫ້ປະຕິບັດຄໍາສັ່ງ 15/ນຍ ເຊັ່ນ
ກັນ.ບ້ານແດງໝາຍເຖິງບ້ານທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 1 ກໍລະນີ ທີ່ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ ຫຼື ການເກີດເປັນຈຸ້ມທີ່ມີ 2 ກໍລະນີຂຶ້ນໄປໃນໄລຍະ 14 ວັນຜ່ານມາ, ບ້ານເຫຼືອງ ໝາຍເຖິງມີຜູ້ຕິດເຊື້ອພະຍາດ 1 ກໍລະນີ ທີ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອໃນໄລຍະ 14 ວັນຜ່ານມາ ຫຼື ເປັນບ້ານທີ່ຕິດກັບບ້ານແດງ ຫຼື ເປັນບ້ານທີ່ມີລາຍງານວ່າມີຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອແລະ ບ້ານຂຽວ ໝາຍເຖິງບ້ານທີ່ບໍ່ມີຜູ້ຕິດເຊື້ອ ແລະ ບໍ່ມີຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ.ການ
ປະຕິບັດບ້ານສີແດງ ປະກອບມີ: ປິດຮ້ານເສີມສວຍ, ຮ້ານຕັດຜົມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ກາຊີໂນ ແລະ ຮ້ານເກມທຸກປະເພດ, ປິດບັນດາໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກຳ, ຍົກເວັ້ນໂຮງງານທີ່ມີຫໍພັກຂອງແຮງງານ ຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງມາດຕະການປ້ອງກັນຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ. ນອກ
ນັ້ນຍັງມີການຫ້າມບຸກຄົນອອກຈາກບໍລິເວນເຮືອນ, ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ກິດຈະກໍາຕ່າງໆ, ຫ້າມນັ່ງກິນດື່ມຢູ່ຮ້ານອາຫານ ຫຼື ຮ້ານກາເຟ, ເພີ່ມທະວີຄວາມເຂັ້ມງວດ ຢູ່ບັນດາຮ້ານຂາຍ ເຄື່ອງຍ່ອຍ, ມິນິມາດ, ຊຸບເປີມາກເກັດ ແລະ ຕະຫຼາດ, ຈັດໃຫ້ມີເວນຍາມ ແລະ ລາດຕະເວນ 24 ຊົ່ວໂມງ ເພື່ອສະກັດກັ້ນການລັກເຂົ້າ-ອອກ ບ້ານໂດຍບໍ່ໄດ້ຮັບອະນຸຍາດ, ສໍາລັບສິ່ງທີ່ອະນຸຍາດປະກອບ ມີ: ອະນຸຍາດໃຫ້ລົດໂຮງໝໍ, ທີມແພດ, ຄະນະສະເພາະກິດ, ລົດດັບເພີງ ແລະ ລົດເກັບມ້ຽນຂີ້ເຫຍື້ອເຂົ້າໄປປະຕິບັດໜ້າທີ່, ອະນຸຍາດໃຫ້ເປີດຫ້ອງການບ້ານ, ປກສ ກຸ່ມບ້ານ, ສຸກສາລາ, ຮ້ານຂາຍຢາ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ