ສາເຫດທີ່ພົບເປັນປະຈຳຂອງ “ ອາການໜ້າມືດເປັນລົມ ” ແລະ ວິທີປ້ອງກັນເບື້ອງຕົ້ນ.

    0
    411

    ອາການໜ້າມືດ ຕາມົວ ຄ່ອຍໆດຳມືດຈົນເບິ່ງຫຍັງກໍບໍ່ເຫັນ ເຫື່ອອອກ ມືເຢັນ ໃຈເຕັ້ນຖີ່ ບໍ່ມີແຮງ ໄປຈົນເຖິງເປັນລົມລົ້ມລົງບໍ່ໄດ້ສະຕິ ອາການເຫຼົ່ານີ້ມີສາເຫດຂອງອາການແຕກຕ່າງກັນ ແຕ່ທີ່ພົບເຫັນໄດ້ມີຢູ່ 4 ສາເຫດດັ່ງນີ້:

    1 ເປັນລົມທຳມະດາ ເປັນສາເຫດທີ່ພົບໄດ້ຫຼາຍທີ່ສຸດເກີດຈາກຮ່າງກາຍອ່ອນແອ ຫາກໍຟື້ນໄຂ້ ອົດນອນ ຫິວເຂົ້າ ຫິວນ້ຳ ອົດອາຫານ ຢູ່ໃນທີ່ຮ້ອນອົບເອົ້າ ຫຼື ແອອັດ ໄປຈົນເຖິງຈິດໃຈອ່ອນແອ ເຊັ່ນ: ຄຽດ, ວິຕົກກັງວົນ, ໃຈຮ້າຍ ຫຼື ຢ້ານກົວ.

    ອາການທີ່ພົບ: ຫົວໃຈເຕັ້ນຊ້າລົງ ຄວາມດັນເລືອດຕົກ ຄົນເຈັບບໍ່ມີສະຕິໃນໄລຍະສັ້ນໆ ເມື່ອໄດ້ນອນໃນບ່ອນຮາບພຽງຈະຄ່ອຍໆຟື້ນ ພາຍໃນ 5 – 10 ນາທີ ແຕ່ອາດຈະຍັງມຶນງົງ ອ່ອນເພຍ ປຸ້ນທ້ອງ ບໍ່ມີແຮງ 1 – 2 ຊົ່ວໂມງ ຫຼື ດົນກວ່ານີ້ເລັກໜ້ອຍ.

    ການປ້ອງກັນ: ຮັກສາສຸຂະພາບຮ່າງກາຍ ແລະ ຈິດໃຈໃຫ້ແຂງແຮງຢູ່ສະເໝີ ບໍ່ຢູ່ບ່ອນທີ່ຮ້ອນອົບເອົ້າ ບໍ່ອົດເຂົ້າອົດນ້ຳ ຫຼື ອົດຫຼັບອົດນອນ ຖ້າຫາກມີອາການມຶນຫົວ ຫົວໃຈສັ່ນ ໃຈເຕັ້ນໄວ ເຫື່ອແຕກ ມືເຢັນ ໃຫ້ຮີບຫາບ່ອນນັ່ງພັກ ຫຼື ນອນຮາບ ກ່ອນທີ່ຈະເປັນລົມຈົນໝົດສະຕິ ເພາະຈະຟື້ນຕົວໄວກວ່າຫຼາຍ.

    2 ເປັນລົມເພາະເບັ່ງ ອາການທີ່ພົບ: ໜ້າມືດ ເປັນລົມ ເພາະກັ້ນຫາຍໃຈ ແລະ ເບັ່ງຫຼາຍເກີນໄປ ເຊັ່ນ: ເບັ່ງຖ່າຍໜັກເມື່ອທ້ອງຜູກຫຼາຍໆ, ຍົກເຄື່ງໜັກໆ ຫຼື ຍູ້/ດັນເຄື່ອງໜັກໆ ຫ້ເຄື່ອນທີ່ ການເບັ່ງເຮັດໃຫ້ເລືອດເຂົ້າສູ່ຫົວໃຈໜ້ອຍລົງ ເພາະຕ້ອງກັ້ນຫາຍໃຈແລ້ວເບັ່ງ ເຮັດໃຫ້ຫົວໃຈສູບສີດເລືອດໄປລ້ຽງຮ່າງກາຍ ແລະ ສະໝອງໜ້ອຍລົງ.

    ການປ້ອງກັນ: ບໍ່ຄວນເບັ່ງຢ່າງຮຸນແຮງ.

    3 ເປັນລົມເພາະໄອ ອາການທີ່ພົບ: ໜ້າມືດ ຫຼື ເປັນລົມເພາະໄອຕິດຕໍ່ກັນດົນໆ ເຊັ່ນ: ຄົນເປັນພະຍາດໄອໂກນ ( ພົບຫຼາຍໃນເດັກ ), ພະຍາດຫຼອດລົມອັກເສບຊ້ຳເຮື້ອ ຫຼື ພະຍາດຖົງລົມພອງ ທີ່ມາຈາກການສູບຢາ ໂດຍອາການໄອໜັກໆ ຕິດໆກັນ ເຮັດໃຫ້ຕ້ອງກັ້ນຫາຍໃຈ ແລະ ຫົວໃຈສູບສີດເລືອດໄປລ້ຽງຮ່າງກາຍ ແລະ ສະໝອງບໍ່ພຽງພໍ ເຊັ່ນດຽວກັນກັບການເບັ່ງ.

    ການປ້ອງກັນ: ຢ່າໄອຢ່າງຮຸນແຮງ ຫຼື ໄອຕິດໆກັນ ຫາກເປັນພະຍາດທີ່ມີອາການໄອ ຄວນຮີບປຶກສາແພດ.

    4 ເປັນລົມເພາະຫົວໃຈ ອາການທີ່ພົບ: ຫົວໃຈເຮັດວຽກຜິດປົກກະຕິ ເຊັ່ນ: ຫົວໃຈເຕັ້ນຜິດປົກກະຕິ, ຫົວໃຈຢຸດເຕັ້ນ, ຫົວໃຈເຕັ້ນຊ້າກວ່າປົກກະຕິ ຫຼື ຫົວໃຈເຕັ້ນໄວເກີນໄປ ລວມໄປເຖິງຄວາມຜິດປົກກະຕິຂອງຫົວໃຈອື່ນໆ ເຊັ່ນ: ລີ້ນຫົວໃຈຕີບ, ກ້າມຊີ້ນຫົວໃຈຕາຍ, ຫົວໃຈຖືກບີບອັດ, ຫຼອດເລືອດປອດຖືກຕັນ.

    ການປ້ອງກັນ: ຮັກສາພະຍາດຫົວໃຈທີ່ເປັນຢູ່ໃຫ້ອາການດີຂຶ້ນ.

    5 ເປັນລົມເພາະສະໝອງ ຫຼື ລະບົບປະສາດ ອາການທີ່ພົບ: ເປັນໜຶ່ງໃນອາການຂອງພະຍາດປະຈຳຕົວທີ່ກ່ຽວຂ້ອງກັບລະບົບປະສາດ ເຊັ່ນ: ພະຍາດຫຼອດເລືອດສະໝອງ, ພະຍາດລົມຊັກແຕ່ພົບອາການເປັນລົມໄດ້ພຽງສ່ວນໜ້ອຍ.ການປ້ອງກັນ: ຮັກສາພະຍາດປະຈຳຕົວທີ່ກ່ຽວກັບລະບົບປະສາດໃຫ້ດີ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.