ຊົມເຊີຍ..!! ປກສ ກຸ່ມ 1 ຄົກເພີງ ກັກຕົວຜູ້ຖືກຫາ ຊື້-ຂາຍ ຊັບຜິດກົດໝາຍ

    0
    596

    ໃນວັນທີ 14 ມິຖຸນາ 2021, ເຈົ້າໜ້າທີ່ ປກສ ກຸ່ມ 1 ຄົກເພີງ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ກັກຕົວ ທ້າວ ແດງ ອາຍຸ 30 ປີ ຢູ່ບ້ານໂຄກສະຫວ່າງ ເມືອງສຸຂຸມາ ແຂວງຈໍາປາສັກ ປັດຈຸບັນພັກເຊົາ ຢູ່ບ້ານຮ່ອງແກ ເມືອງໄຊເສດຖາ ໃນຂໍ້ຫາຊື້ຂາຍຊັບຜິດກົດໝາຍ ( ລົດຈັກບໍ່ມີເອກະສານ ) ພ້ອມຂອງກາງລົດຈັກເວບ 100 ສີຟ້າດຳ, ບໍ່ມີປ້າຍທະບຽນ.

    ປກສ ກຸ່ມ 1 ຄົກເພີງ ກັກຕົວຜູ້ຖືກຫາ ຊື້ຂາຍຊັບຜິດກົດໝາຍ.

    ພັທ ຄໍາຜົງ ໂຊກຄໍາແສນ ຫົວໜ້າ ປກສ ກຸ່ມ 1 ຄົກເພີງ ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງ ຈາກພົນລະເມືອງດີວ່າ: ມີຊາຍຄົນໜຶ່ງ ມາເລາະຖາມຂາຍລົດຈັກເວບ 100 ສີແດງດໍາ, ບໍ່ມີປ້າຍທະບຽນ ໃນລາຄາ 5 ລ້ານກີບ ໃຫ້ປະຊາຊົນ ເຂດບ້ານຫ້ວຍຄໍາ ເມືອງສັງທອງ, ເມື່ອຮູ້ແນວນັ້ນ ຈິ່ງໄດ້ແຕ່ງອ້າຍນ້ອງລົງຕິດຕາມການເຄື່ອນໄຫວ ແລະ ການກະທໍາຂອງຜູ້ກ່ຽວເຫັນວ່າມີມູນຄວາມຈິງ ຈິ່ງເຂົ້າກັກຕົວ ທ້າວ ແດງ ພ້ອມຢຶດລົດຈັກເວບ 100 ສີຟ້າດຳ ມາທໍາການສອບສວນ.

    ຜ່ານການສອບສວນຂອງເຈົ້າໜ້າທີ່ ປກສ ກຸ່ມ 1 ຄົກເພີງ ໃນເບື້ອງຕົ້ນຈິ່ງຮູ້ໄດ້ວ່າ: ລົດຈັກເວບ 100 ສີຟ້າດຳ ບໍ່ມີປ້າຍທະບຽນ ແມ່ນອອກຊື່ ທ້າວ ສາຍຂອງ ຢູ່ບ້ານທາດຫຼວງເໜືອ ເມືອງໄຊເສດຖາ ເຊິ່ງຜູ້ກ່ຽວໃຫ້ເຫດຜົນວ່າ: ໃນເດືອນ ມິຖຸນາ 2021, ຕົນໄດ້ໄປນັ່ງກິນເຂົ້າ ຢູ່ຮ້ານອາຫານແຫ່ງໜຶ່ງ ເຂດເມືອງໄຊເສດຖາ ໃນລະຫວ່າງນັ້ນມີຊາຍຄົນໜຶ່ງບໍ່ຮູ້ຊື່ ຍ່າງຖາມຂາຍລົດຈັກເວບ 100 ສີຟ້າດຳ ໃຫ້ໃນລາຄາ 3 ລ້ານກີບ,

    ເມື່ອຕົກລົງລາຄາກັນແລ້ວ ຕົນກໍ່ຮັບຊື້ເອົາ; ຕົກມາວັນທີ 14 ມິຖຸນາ 2021 ໄດ້ໄປເລາະຖາມຂາຍລົດ ໃຫ້ປະຊາຊົນ ເຂດບ້ານຫ້ວຍຄໍາ ເມືອງສັງທອງ ແຕ່ຍັງບໍ່ໄດ້ຂາຍ ຖືກເຈົ້າໜ້າທີ່ກັກຕົວກ່ອນ. ຕໍ່ກັບຄະດີດັ່ງ, ທາງເຈົ້າໜ້າທີ່ ປກສ ກຸ່ມຄົກເພີງ ຈະສົ່ງໃຫ້ໜ່ວຍງານວິຊາສະເພາະ ປກສ ເມືອງໄຊເສດຖາ ສືບຕໍ່ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.