ຮອງເຈົ້າຄອງນະຄອນຫຼວງວຽງຈັນ ເນັ້ນຕະຫຼາດບືງທາດຫຼວງ ໃຫ້ປະຕິບັດມາດຕະການໃຫ້ມີຄຸນນະພາບ ວັນທີ 17 ມິຖຸນາ 2021, ທ່ານ ທ່ານ ພູຂົງ ບັນນະວົງ
ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລົງຕິດຕາມ ຢ້າມຊົມຕະຫຼາດຂາຍສົ່ງຜະລິດຕະພັນກະສິກຳສາກົນບືງທາດຫຼວງ ຫຼື ຕະຫຼາດບືງທາດຫຼວງ
ໂດຍທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ມີຄໍາເຫັນ ໃນຂະນະທີ່ເດີນທາງຢ້ຽມຊົມຕະຫຼາດວ່າ: ເນື່ອງຈາກຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນ
ຊຸມຊົນໃນບ້ານເຮົາ ໃຫ້ເອົາໃຈໃສ່ ໃຊ້ມາດຕະການຄວບຄຸມ ຂອງ ຄະນະສະເພາະກິດ ໃຫ້ໄດ້ຄຸນນະພາບຢ່າງແທ້ຈິງ ບໍ່ໃຫ້ ປະຕິບັດທີ່ມີລັກສະນະເປັນພຽງຮູບການ ໃຫ້
ມີສະຕິຕໍ່ກັບການປະຕິບັດຕໍ່ກັບບັນກາດັ່ງກາວ ນອກຈາກນີ້, ທ່ານຍັງມີຄຳເຫັນຕື່ມວ່າ: ການພັດທະນາຕາມເປົ້າຫມາຍຂອງຕະຫຼາດ ແມ່ນໃຫ້ມີຄວາມທັນສະໄຫມ
ຕາມທີ່ກໍານົດໃນແຜນການພັດທະນາ ເພື່ອຮັບປະກັນຕະຫລາດ ບໍ່ໃຫ້ມີລັກສະນະຄ້າຍຄືກັບຕະຫລາດຊຸມຊົນທົ່ວໄປ ແລະ ຕ້ອງຮັບປະກັນຄວາມ ສະອາດ ປອດໄພ ມີຄວາມເປັນລະບຽບຮຽບຮ້ອຍ ບໍ່ມີຄວາມແອອັດ ແລະ ໃຫ້ປະຕິບັດຕາມລະບຽບການຄຸ້ມຄອງໃຫ້ຖືກຕ້ອງຕາມນິຕິກໍາ