ເປັນຕາຢ້ານ ໂ ຄ ວ ິ ດ ເ ດ ລ ຕ ້ າ ພ ລ ັ ສ ສາຍພັນໃໝ່ຕ້ານຢາປ້ອງກັນ ໄ ວ ຣ ັ ສ ຊຶ່ງພົບແລ້ວ 10 ປະເທດ

    0
    659

    ເວັບໄຊຂ່າວອິນເດຍທູເດລາຍງານການຄົ້ນພົບເຊື້ອໄວຣັສໂຄໂຣນາສາຍພັນຊາຣ໌ 2 ຊະນິດກາຍພັນທີ່ພົບໃນອິນເດຍເປັນຄັ້ງທຳອິດ ຫຼື ເດລຕ້າ (ບີ .1.617.2) ມີການກາຍພັນຕໍ່ຍອດຈົນມີຄວາມສາມາດໃນການຕໍ່ຕ້ານໄວຣັດຊະນິດແອນຕີບໍດີສັງເຄາະ ຫຼື ໂມໂນໂຄລນອລແອນຕີບໍດີ Casirivimab/Imdevimab (REGEN-COV) ເຊິ່່ງອະນຸຍາດໃຫ້ໃຊ້ກໍລະນີສຸກເສີນໃນອິນເດຍ.

    ການຄົ້ນພົບດັ່ງກ່າວໄດ້ຮັບການເປີດເຜີຍຈາກທ່ານ ວິໂນດ ສະກາເຣຍ ນັກວິທະຍາສາດຈາກສະຖາບັນວິໄຈທາງຊີວະພາບ CSIR-Institute of Genomics and Integrative Biology (CSIR-IGIB) ທີ່ນະຄອນນິວເດລີປະເທດອິນເດຍ ໂດຍໄວຣັດນີ້ມີລະຫັດວ່າ B.1.617.2.1 ຫຼື AY.1 ຫຼື ເດລຕ້າ ພລັສ ທ່ານ ນາງ ບານີ ໂຈລີ ຜູ້ຊ່ຽວຊານດ້ານການສຶກສາຈີໂນມຈາກສະຖາບັນດຽວກັນກ່າວວ່າ ການກາຍພັນ K417N ເກີດຂຶ້ນທີ່ຕຳແໜ່ງແທ່ງໂປຣຕິນຂອງໄວຣັດ

    B.1.617.2.1 ໂດຍພົບຈາກຊະນິດເດລຕ້າຈາກ 10 ປະເທດ.ລາຍງານໄດ້ກ່າວເຖິງຜູ້ຕິດເຊື້ອໃນອັງກິດ 36 ຄົນ ທີ່ພົບວ່າເປັນເຊື້ອຊະນິດເດລຕ້າ ພລັສ ໃນຈຳນວນນີ້ 2 ຄົນມີຄວາມເປັນໄປໄດ້ວ່າເປັນການຕິດເຊື້ອແບບຝ່າພູມຄຸ້ມກັນ (breakthrough infections) ໃນຂະນະທີ່ຜູ້ຕິດເຊື້ອສ່ວນໃຫຍ່ມີປະຫວັດເດີນທາງມາຈາກປະເທດເນປານ, ຕວັກກີ, ມາເລເຊຍ ແລະ ສິງກະໂປ.

    ເຊື້ອໄວຣັດຊະນິດເດລຕ້າ ພລັສ ຍັງພົບໄດ້ສ່ວນໃຫຍ່ໃນປະເທດອິນເດຍສ່ວນຫຼາຍທີ່ກວດພົບນັ້ນເປັນຜູ້ທີ່ຕິດເຊື້ອເດີນທາງມາຈາກຫຼາຍປະເທດເຊັ່ນ: ອາເມລິກາ, ການາດາ, ອັງກິດ, ຣັດເຊຍ, ຍີປຸ່ນ, ໂປຣຕຸເກສ, ຕັວກກີ, ເນປານ ແລະ ສະວິດເຊີແລນ.

    ຮຽບຮຽງຂ່າວ: ພຸດສະດີ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.