ໄຟຟ້າລາວ ສາຂາແຂວງໄຊຍະບູລີ ເລັ່ງການແກ້ໄຂລະບົບຈໍາໜ່າຍໄຟຟ້າ ພາຍໃນແຂວງ

    0
    902

    ຈາກເຫດການນໍ້າຮຸ່ງໄຫຼເຂົ້າຖ້ວມເທດສະບານແຂວງໄຊຍະບູລີ ໃນວັນທີ 14 ມິຖຸນາ 2021 ຜ່ານມາ, ນອກຈາກຈະເຮັດໃຫ້ເຮືອນຊານ, ຊັບສິນຂອງພໍ່ແມ່ປະຊາຊົນໄດ້ຮັບຄວາມເສຍຫາຍແລ້ວ ລະບົບໄຟຟ້າພາຍໃນແຂວງກໍ່ໄດ້ຮັບຜົນກະທົບເຊັ່ນດຽວກັນ.ດັ່ງນັ້ນ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງໄຊຍະບູລີ ເລັ່ງເກັບກູ້ລະບົບ

    ຈໍາໜ່າຍໄຟຟ້າ ທີ່ໄດ້ຮັບຜົນກະທົບຈາກພາຍຸໂຄກຸມະ ໃນລະຫວ່າງວັນທີ 12-14 ທີ່ຜ່ານມາເກີດມີພາຍຸພັດຜ່ານແຂວງໄຊຍະບູລີ ຢ່າງໜັກໜ່ວງ ເຮັດໃຫ້ລະບົບຈໍາ

    ໜ່າຍໄຟຟ້າຮັບຜົນກະທົບ ແລະ ອຸປະກອນໄຟຟ້າເສຍຫາຍເປັນຈໍານວນຫຼາຍ.ມາຮອດວັນທີ 15 ມິຖຸນາ ຟຟລ ໄຊຍະບູລີ ເລັ່ງສ້ອມແປງລະບົບໄຟຟ້າທີ່ໄດ້ຮັບຄວາມ
    ເສຍຫາຍຈາກຜົນກະທົບດັ່ງກ່າວ, ເຊິ່ງຜົນເສຍຫາຍໃນຄັ້ງນີ້ແມ່ນໄດ້ກວມເອົາ ໝໍ້ນັບໄຟທັງໝົດ 6.050 ໜ່ວຍ, ລະບົບຕາຂ່າຍພາກ 22 kV, ເສົາ 12 ແມັດ

    ລົ້ມຈໍານວນ 08 ຕົ້ນ, ໃນນີ້ເມືອງໄຊສະຖານ 06 ຕົ້ນ, ບ້ານຜາຊ້າງ 01 ຕົ້ນແລະ ບ້ານຫາດຮ່ອມ 01 ຕົ້ນ, ເສົາ ຕາຂ່າຍ 0,4 kV ຫັກ 01 ຕົ້ນ ປະເມີນຄວາມເສຍຫາຍເກືອບ 4 ຕື້ກວ່າກີບ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.