ສຶກສາອົບຮົມ ເຈົ້າຂອງກິດຈະການຮ້ານນວດ ສະປາ ລັກເປີດໃຫ້ບໍລິການ

    0
    300

    ພັທ ອຸດອນ ຈັນທະວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນວ ໃຫ້ຮູ້ວ່າ: ວັນທີ 12 ມີຖຸນາ 2021 ນີ້ ເຈົ້າໜ້າທີ່ຕຳຫຼວງທ່ອງທ່ຽວ ຫ້ອງສັນຕິບານ ປກສ ນວ ໄດ້ກວດເຈົ້າຂອງ.ກິດຈະການຮ້ານນວດ ສະປາ ຢູ່ບ້ານອຸບມົງ ເມືອງສີໂຄດຕະບອງ ນວ ລັກເປີດໃຫ້ບໍລິການນວດແຜນບູຮານ ແລະ ນວດນ້ຳມັນຜ່ອນຄາຍໃຫ້ລູກຄ້າ

    ທົ່ວໄປ ໃນນີ້ມີເຈົ້າຂອງຮ້ານ ແລະ ພະນັກງານ ນວດທັງໝົດ 5 ຄົນ (ເພດຍິງ).ຮ້ານດັ່ງກ່າວ ໄດ້ມີອະນຸຍາດຖືກຕ້ອງຄົບຖ້ວນ ແຕ່ເປັນໄລຍະການແຜ່ລະບາດຂອງ

    ພະຍາດໂຄວິດ-19 ພະນັກງານນວດ ກັບບ້ານບໍ່ໄດ້ ເຈົ້າຂອງຮ້ານ ມີພາລະແບກຮາບຄ່າໃຊ້ຈ່າຍ ເລີຍຕັດສິນໃຈລັກເປີດຮ້ານໃຫ້ບໍລິການຕໍ່ກັບເຈົ້າຂອງຮ້ານ ແລະ

    ພະນັກງານນວດຈຳນວນ 5 ຄົນ ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ຕໍ່ການລະເມີດຂອງຮ້ານພ້ອມທັງແນະນຳຊີ້ແຈ້ງໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ.

    ຂ່າວ : ປກສ ນະຄອນຫຼວງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.