ເຈົ້າໜ້າທີ່ສຶກສາອົບຮົມ ເຮັດບົດບັນທຶກຮ້ານອາຫານ ມານາແມະ ທີ່ລັກເປີດໃຫ້ບໍລິການ

    0
    353

    ອາດຖືກດໍາເນີນຄະດີຫາກມີການເປີດບໍລິການ ຫຼັງສຶກສາອົບຮົມ ໃນວັນທີ 11 ມິຖຸນາ 2021, ເຈົ້າໜ້າທີ່ຕຳຫຼວດພະແນກທ່ອງທ່ຽວ ສົມທົບກັບອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເມືອງໄຊທານີ ນວ ລົງເຮັດບົດບັນທຶກກັບເຈົ້າຂອງຮ້ານອາຫານ ມານາແມະຕັ້ງຢູ່ ບ້ານດອນຕິ້ວ ເມືອງໄຊທານີ ນວ

    ພ້ອມທັງສຶກສາອົບຮົມກ່າວຕັກເຕືອນ ແລະ ໃຫ້ຢຸດເຊົາ ( ປິດຮ້ານ ) ຈົນກວ່າຈະມີແຈ້ງການສະບັບໃໝ່ ເພື່ອຢັບຢັ້ງກໍາຈັດຮັດແຄບການແຜ່ລະບາດຂອງພະຍາດທີ່ອາດແຜ່ລາມອອກສູ່ວົງກວ້າງ, ຖ້າຍັງພົບເຫັນເປີດໃຫ້ບໍລິການ ຈະຖືກດໍາເນີນຄະດີຕາມລະບຽບກົດໝາຍ. ຕໍ່ກັບຮ້ານດັ່ງກ່າວເຫັນວ່າ: ມີການເຄື່ອນໄຫວລັກເປີດໃຫ້

    ບໍລິການທີ່ເປັນການກະທໍາທີ່ລະເມີດຕໍ່ແຈ້ງການ 012/ສພກ.ນວ, ລົງວັນທີ 4 ມີຖຸນາ 2021 ວ່າດ້ວຍການຈັດຕັ້ງປະຕິບັດຄຳສັ່ງ ການເພີ່ມທະວີມາດຕະການປ້ອງກັນຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂ ຄ ວ ິ ດ ຢູ່ ນວ ໄລຍະວັນທີ 05 ຫາ 19 ມິຖຸນາ 2021 ໃນ ( ຂໍ້ 3 ) ເຊິງໃນແຈ້ງການ

    ໄດ້ລະບຸໄວ້ວ່າ: ຫາກບຸກຄົນລະເມີດ ແມ່ນຈະຖືກປັບໃໝແຕ່ 100.000 – 1.000.000 ກີບ/ຄົນ/ຄັ້ງ ແລະ ນິຕິບຸກຄົນໃດລະເມີດ ແມ່ນຈະຖືກປັບໃໝແຕ່ 1.000.000 – 5.000.000 ກີບ/ຄົນ/ຄັ້ງ.ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ປະຕິບັດຕາມຄຳສັ່ງ

    ແລະ ແຈ້ງການ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ຖ້າເຈົ້າໜ້າທີ່ຊອກຮູ້ກວດພົບ ທີ່ຍັງສືບຕໍ່ລະເມີດຈະໄດ້ນຳໃຊ້ມາດຕະການທາງກົດໝາຍຢ່າງບໍ່ມີຂໍ້ຍົກເວັ້ນ, ທັງນີ້ກໍ່ເພື່ອເປັນການຄວບຄຸມ, ສະກັດກັ້ນການແຜ່ລະບາດຂອງພະຍາດໂ ຄ ວ ິ ດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.