ເພື່ອເປັນການເພີ່ມທະວີສາຍພົວພັນຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາຊົນ ຈີນ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເວົ້າລວມ, ສະເພາະ ແມ່ນສອງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໃນການຮ່ວມມືຕໍ່ສູ້ກັບການແຜ່ລະບາດ ຂອງເຊື້ອພະຍາດໂ ຄ ວ ິ ດ .ວັນທີ 11 ມີຖຸນາ 2021 ນີ້ ທ່ານ ຈູຫົງ ປະທານບໍລິສັດ ຈິ່ງອ່ານ ຂາເຂົ້າ-ຂາອອກ ແຫ່ງ ສປ ຈີນ ໄດ້ນຳເອົາອຸປະກອນການແພດເພື່ອ
ປ້ອງກັນການລະບາດຂອງເຊື້ອພະຍາດໂ ຄ ວ ິ ດ. ມາມອບໃຫ້ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ. ໃນນັ້ນ ມີຜ້າອັດປາກຈຳນວນ 1.200.000 ອັນ, ຊຸດປ້ອງກັນການແພດແບບໃຊ້ຄັ້ງດຽວຈຳນວນ 5.000 ຊຸດ ແລະ ເຫຼົ້າຂ້າເຊື້ອ 75% ແບບພົນຈໍານວນ 4.000ແກ້ວ. ລວມມູນຄ່າທັງໝົດ 1.000.000
ຢວນ ຫຼື ເທົ່າກັບ 1,6 ຕື້ກີບ.ທ່ານ ພັທ ດວງຈັນ ໄຕບົວວອນ ໄດ້ຕ່າງໜ້າກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ກ່າວຂອບໃຈ ແລະ ຂໍສະແດງຄວາມຮູ້ບູນຄຸນຢ່າງລົ້ນເຫຼືອ ນຳກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ທີ່ໄດ້ໃຫ້ການປະກອບສ່ວນຊຸກຍູ້ຊ່ວຍເຫຼືອໃຫ້ແກ່ກຳລັງ ປກສ ກໍ່ຄືປະຊາຊົນລາວ
ດ້ວຍດີຕະຫຼອດມາ ແລະ ທ່ານ ຍັງໃຫ້ສັນຍາວ່າ ວັດຖຸ, ອຸປະກອນ, ເຄື່ອງທັງໝົດ ທີ່ໄດ້ຮັບຈາກການຊ່ວຍເຫຼືອໃນຄັ້ງນີ້, ຈະນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ເປັນຕົ້ນແມ່ນການຄວມຄຸມ, ປ້ອງກັນ-ສະກັດກັ້ນ ຕ້ານການແຜ່ລະບາດ ຂອງພະຍາດໂ ຄ ວ ິ ດໃຫ້ໄດ້ຮັບປະສິດທິພາບ ແລະ ມີຜົນປະໂຫຍດສູງສຸດ.