ຟ້າປະທານໂຊກ ໄຖນາພົບພະພຸດທະຮູບ

    0
    195

    ນາທີ່ເຮັດຢູ່ທຸກປີສັງມາແປກປີນີ້ມີພະຝັງຢູ່ໃນ ມັນເປັນຄວາມໂຊກດີຂອງຜູ້ພົບເຖິງຈະບໍ່ໄດ້ເປັນເງິນເປັນຄຳ ແຕ່ນັ້ນຄືເຫດການໜ້າຍິນດີໃຫ້ເຫັນກໍ່ຍໍມືສາທຸ ເຊິ່ງຈະນຳເອົາໂຊກເອົາລາບມາໃຫ້ບໍ່ຊ້າກໍ່ໄວ.


    ຂ່າວໃຫ້ຮູ້ວ່າ ໃນວັນທີ 12 ມິຖຸນາ 2021 ໄດ້ມີທ້າວຊາຍທອງ ພອນຈະເລີນ ອາຍຸ 34 ປີປະຊາຊົນບ້ານໃຫຍ່ນໍ້າປຸກ (ຄຸ້ມໃຕ້) ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ໄປໄຖນາຜູ້ກ່ຽວໄຖນາຈົນຮອດຕອນແລງເວລາປະມານ 17: 00 ໂມງຈິ່ງໄດ້ໄຖຖືກຖ້ວຍດິນ ແລະ ສັງເກດເຫັນຈອມເກດ(ເກສາ) ຂອງພະພຸດທະຮູບດັ່ງກ່າວຈຶ່ງໄດ້ມອດຈັກລົດແລ້ວຂຸດຂຶ້ນມາເຫັນວ່າເປັນພະພຸດທະຮູບ 02 ອົງ ຈຶ່ງໄດ້ແຈ້ງຕໍ່ອໍານາດການປົກຄອງບ້ານເພື່ອສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງລົງກວດກາ.

    ຜ່ານການກວດກາຂອງວິຊາການທີ່ກ່ຽວຂ້ອງເຫັນວ່າເປັນພະພູດທະຮູບປາງຊະນະມານເຮັດດ້ວຍທອງສໍາລິດ ແລະ ທອງເຫຼືອງ ສະນັ້ນ, ທາງພະແນກຖະແຫຼງຂ່າວ ແລະ ຫ້ອງການ ຖວທ ເມືອງຫ້ວຍຊາຍຈຶ່ງໄດ້ລົງສົມທົບກັບອໍານາດການປົກຄອງບ້ານໃຫຍ່ນໍ້າປຸກລົງກວດກາສະຖານທີ່ບ່ອນພົບພະ ແລະ ໄດ້ຂໍ້ມູນເບື້ອງຕົ້ນດັ່ງນີ້:

    ພະພຸດທະຮູບປາງຊະນະມານ (ເຮັດດ້ວຍທອງສໍາລິດ),ລວງສູງລວມ 20,2 cm,ອົງພະສູງ 19,5 cm,ໜ້າຕັກກວ້າງ 12 cm,ນ້ຳໜັກ 1,7 kg,ພະພຸດທະຮູບປາງຊະນະມານ (ເຮັດດ້ວຍທອງເຫຼືອງ),ລວງສູງລວມ 21 cm,ອົງພະສູງ 17 cm,ໜ້າຕັກກວ້າງ 11,5 cm,ນ້ຳໜັກ 1,2 kg.


    ພະພຸດທະຮູບທັງ 02 ອົງທາງວິຊາການກອງພິພິທະພັນໄດ້ຂຶ້ນທະບຽນໄວ້ເປັນຊັບສົມບັດຂອງຊາດເວົ້າສະເພາະກໍ່ຄືຂອງຊາວພຸດທະສາສະນິກະຊົນຊາວ ແຂວງບໍ່ແກ້ວ ແລະ ໄດ້ຕົກລົງເປັນເອກະພາບກັບອໍານາດການປົກຄອງບ້ານທັງ 3 ຄຸ້ມບ້ານເຫັນດີອັງເຊີນມາປະດິດສະຖານໄວ້ ວັດສີດອນມູນ ສາສະດາຣາມ ບ້ານໃຫຍ່ນ້ຳປຸກ (ຄຸ້ມໃຕ້) ເພື່ອເປັນທີ່ຍຶດໜ່ຽວຈິດໃຈໃຫ້ຊາວພຸດທະສາສະນິກະຊົນທັງຫຼາຍໄດ້ສັກກາລະບູຊາຕໍ່ໄປ.

    ຂ່າວ:ຄຳພັນ ແກ້ວມະນີ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.