ອີງຕາມການໃຫ້ຂໍ້ມູນຈາກຫ້ອງການກະສິກຳ-ປ່າໄມ້ເມືອງໂຂງ ແຂວງຈຳປາສັກ ໃຫ້ຮູ້ໃນຕອນເຊົ້າຂອງວັນທີ 15 ມິຖຸນາ ນີ້ໂດຍອີງ ຕາມບົດລາຍງານຂອງທ່ານ ໜູໄໝ່ ບົວປະເສີດ ນາຍບ້ານຫາງຄອນ ເມື່ອວັນທີ 14 ມິຖຸນາ ເວລາປະມານ 6 ໂມງ ໄດ້ຮູ້ແຫຼ່ງຂ່າວວ່າມີປາຂ່າຕາຍຢູ່ຝັ່ງປະເທດກຳປູເຈຍຈຳນວນ 1 ໂຕ; ເປັນເພດ
ຜູ້ ເຊິ່ງມີຄວາມຍາວປະມານ 2,3 ແມັດ, ນ້ຳໜັກ 180 ກິໂລກຼາມ, ສ່ວນສາເຫດຂອງການຕາຍແມ່ນບໍ່ຮູ້.ປາຂ່າຕາຍໂຕນີ້ ແມ່ນໄຫຼໄປຄ້າງຢູ່ຝັ່ງປະເທດກຳປູເຈຍ, ຢູ່ເຂດບ້ານ ພະລະຄັນ, ຕາແສງພະລະຄັນ, ເມືອງຫ້ວຍມ່ວງ, ແຂວງແຊງແຕງ, ມີໄລຍະຫ່າງຈາກວັງອະນຸລັກປະມານ 1,300 ແມັດ.
ພົບປາຂ່າ ຕ າ ຍ ຫ່າງຈາກວັງອະນຸລັກປະມານ 1,300 ແມັດ ໄຫຼໄປຄ້າງຝັ່ງກຳປູເຈຍ
ພົບປາຂ່າ ຕ າ ຍ ຫ່າງຈາກວັງອະນຸລັກປະມານ 1,300 ແມັດ ໄຫຼໄປຄ້າງຝັ່ງກຳປູເຈຍ
ພົບປາຂ່າ ຕ າ ຍ ຫ່າງຈາກວັງອະນຸລັກປະມານ 1,300 ແມັດ ໄຫຼໄປຄ້າງຝັ່ງກຳປູເຈຍ