ມື້ນີ້ພວກເຮົາມີຄວາມຮູ້ດີໆມານຳສະເໜີ ຂໍແນະນຳໄອເດຍການປູກຫອມໃນແຕະໄຂ່ ດ້ວຍວິທີການງ່າຍໆ ແລະ ວັດຖຸທີ່ຫາໄດ້ບໍ່ຍາກ ເປັນແນວໃດໄປເບິ່ງພ້ອມກັນເລີຍ.
+ ສິ່ງທີ່ຕ້ອງກຽມກໍ່ມີພຽງ ແຕະໃສ່ໄຂ່ ຊຶ່ງເປັນແຕະແບບກະດາດເຈ້ຍແຕ່ລະຊຸດນັ້ນໃຫ້ຊ້ອນກັນຈຳນວນ 5 ແຕະ ແລະ ອີກຢ່າງກໍ່ຄື ຫົວຫອມ ( ຈຳນວນ 30 ຫົວຕໍ່ໜຶ່ງໜານຜັກ ແຕະໃສ່ໄຂ່)
+ ສ່ວນວິທີການປູກນັ້ນກໍ່ງ່າຍໆ ພຽງເຮັດຕາມຂັ້ນຕອນດັ່ງນີ້:
– ນຳເອົາແຕະໃສ່ໄຂ່ແບບກະດາດເຈ້ຍທີ່ກຽມໄວ້ ມາຊ້ອນກັນ 5 ແຕະ ແລະ ຫົດນ້ຳໃຫ້ຊຸ່ມຈົນທົ່ວ
– ຄັດເລືອກເອົາຫົວຫອມຄຸນນະພາບດີ ບໍ່ເນົ່າບໍ່ມີເຊື້ອລາ ເພື່ອນຳມາປູກໃນແຕະທີ່ກຽມໄວ້
– ນຳຫົວຫອມທີ່ຄັດແລ້ວວາງໃສ່ລົງໄປໃນຂຸມໃຫ້ຄົບທຸກຂຸມ
– ຫົດນ້ຳທຸກມື້ເຊົ້າ-ແລງ ພຽງເທົ່ານີ້ກໍ່ຖືວ່າສຳເລັດ ລໍຖ້າການເຕີບໃຫຍ່ຂອງຫອມ
+ ສ່ວນເຄັດລັບໃນການປູກຫອມໃນແຕະໄຂ່ນັ້ນ ຢ່າໃຫ້ແຕະໄຂ່ແຫ້ງເດັດຂາດ ຕ້ອງໃຫ້ມີຄວາມຊຸ່ມຊື່ນຢູ່ຕະຫຼອດ ຖ້າເປັນໄປໄດ້ໃຫ້ຊ້ອນແຕະໄຂ່ຫຼາຍໆຊັ້ນ
ຈະຊ່ວຍຮັກສາຄວາມຊຸ່ມຊື່ນໄດ້ດີ ແຮງໜາແຮງຊຸ່ມຊື່ນ ແລະ ຫອມນັ້ນຕ້ອງການແສງແດດຕະຫຼອດທັງມື້ ເພື່ອການຈະເລີນເຕີບໃຫຍ່ ດັ່ງນັ້ນຄວນວາງໜານຜັກ ແຕະໄຂ່ຂອງເຮົາໃນທີ່ແສງເຂົ້າເຖິງອີກດ້ວຍ
+ ເອີ້ນໄດ້ວ່າງ່າຍສຸດໆ ພຽງວາງຫົວຫອມໃນແຕະໄຂແລ້ວຫົດນ້ຳທຸກມື້ເທົ່ານີ້ເຮົາກໍ່ຈະມີຫອມໄວ້ກິນເອງຕະຫຼອດ ບໍ່ຕ້ອງໄປຊື້ໃຫ້ເປືອງເງິນແລ້ວ ປະຫຍັດຄ່າໃຊ້ຈ່າຍໄດ້ອີກຫຼາຍພັນ ແຖມຍັງໄດ້ຜັກທີ່ປອດໄພບໍ່ມີສານເຄມີອີກດ້ວຍ.