ຝົນຕົກໜັກເຮັດໃຫ້ນໍ້າຖ້ວມເມືອງ ແລະ ແຂວງໄຊຍະບູລີຂປລ. ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ລາຍງານສະພາບນໍ້າຖ້ວມ ຢູ່ເມືອງ ແລະ ແຂວງໄຊຍະບູລີ ໃນວັນທີ 14 ມີຖຸນາ 2021 ເນື່ອງຈາກຝົນຕົກໜັກເປັນເວລາຕິດຕໍ່ກັນຕັ້ງແຕ່ວັນທີ 13-14 ມີຖຸນາ 2021 ແຕ່ເວລາ 4
ໂມງເຊົ້າຂອງວັນທີ 13 ມີຖຸນາ ສືບຕໍ່ຕົກຕໍ່ເນື່ອງຮອດ ວັນທີ 14 ມີຖຸນາ ຕະຫລອດ 24 ຊົ່ວໂມງ ປະລິມານນໍ້າຝົນແທກໄດ້ 216,9 ມມ ເຮັດໃຫ້ນໍ້າສາຂາ ແມ່ນໍ້າຮຸ່ງ ໄຫລມາໂຮມກັນ ແລະ ມີເສດຂີ້ເຫຍື້ອອັດຕັນຮູລະບາຍຄອງນໍ້າ ມີການຖົມດິນ ເພື່ອນໍາໃຊ້ເຂົ້າໃນສາທາລະນະປະໂຫຍດຂອງພາກສ່ວນຕ່າງໆຕາມເທສະບານ
ຂອງແຂວງ. ແຕ່ເຖິງຢ່າງໃດກໍຕາມ ທາງພະແນກ ກໍໄດ້ເອົາໃຈໃສ່ແຕ່ງຕັ້ງວິຊາການລົງຕິດຕາມລະດັບນໍ້າຢ່າງໃກ້ຊິດຕະຫລອດ 24 ຊົ່ວໂມງ ເພື່ອລາຍງານລະດັບນໍ້າໃຫ້ຄະນະກໍາມະການຄວບຄຸມ ແລະ ປ້ອງກັນໄພພິບັດຂັ້ນແຂວງ ມີທິດຊີ້ນຳໃຫ້ແຕ່ລະພາກໃຫ້ກຽມຄວາມພ້ອມຮັບມືກັບເຫດການດັ່ງກ່າວ, ສ່ວນຜົນເສຍຫາຍນັ້ນຍັງບໍ່ສາມາດສະຫລຸບໄດ້ເທື່ອ ໄລຍະນີ້ແມ່ນຍັງຢູ່ໃນຂັ້ນໃຫ້ການຊ່ວຍເຫລືອ ລາຍລະອຽດແນວໃດຈະຂໍລາຍງານພາຍຫລັງ.