ເມືອງຜາອຸດົມກໍ່ໜັກ! ນໍ້າພັດເສຍຫາຍ 10ກວ່າບ້ານ ອ້າຍນ້ອງທະຫານສຸມກໍາລົງລົງພື້ນທີ່ເຂົ້າຊ່ວຍເຫຼືອ

    0
    627

    ພາຍຫຼັງທີມີຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງໃນຄໍ່າຄືນຂອງວັນທີ 13 ມິຖຸນາ ນີ້ ເຮັດໃຫ້ແມ່ນໍ້າຫຼາຍສາຍໄຫຼໂຮມເຂົ້າກັນເປັນຈໍານວນຫຼາຍໃນນີ້ີມີ: ນໍ້າຫາດ, ນໍ້າຄ່າ, ນໍ້າເນື່ອມ, ແລະ ນໍ້າລຽງ ເມືອງຜາອຸດົມ ແຂວງບໍ່ແກ້ວ ເຮັດໃຫ້ນໍ້າຖ້ວມຢ່າງກະທັນຫັນ ຈຶ່ງສົ່ງຜົນກະທົບ ເຮັດໃຫ້ນໍ້າໄຫຼຊຸບ້ານເຮືອນປະຊາຊົນຫລາຍຫລັງ ຈໍານວນ 10 ກວ່າບ້ານ.

    ສໍາລັບບ້ານທີ່ຖືກຜົນກະທົບສ່ວນຫຼາຍແມ່ນ ບ້ານທີ່ອາໄສຢູ່ແຄມແມ່ນໍ້າ. ສ່ວນຄວາມຫາຍໃນເບື້ອງຕົ້ນແມ່ນເຫັນວ່າມີເຮືອນຊານ, ສັດລ້ຽງ ແລະ ເນື້ອທີທໍາການຜະລິດເສຍຫາຍພໍສົມຄວນ ແຕ່ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ການເສຍຊີວິດ.

    ຕໍ່ກັບເຫດການໄພທໍາມະຊາດດັ່ງກ່າວ ທາງການນໍາຂອງເມືອງ ນໍາໂດຍ ທ່ານ ພັທ ຄໍາເພັດ ຮັກຂັນສາ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງ ຜາອຸດົມ ໄດ້ລະດົມກໍາລັງ ກອງບັນຊາການທະຫານເມືອງ ແລະ ກອງພັນໃຫຍ່ 302 ລົງພື້ນທີ່ທີຖືກຜົນກະທົບດັ່ງກ່າວ ເພື່ອຊ່ວຍເຫຼືອປະຊາຊົນຜູ້ທີໄດ້ຮັບຜົນກະທົບໃນຄັ້ງນີ້.

    ສ່ວນຂໍ້ມູນຄວາມເສຍຫາຍແມ່ນຈະລາຍງານໃຫ້ຊາບໃນພາຍຫຼັງ.

    ແນວໃດກໍ່ຕາມ ແອັດຂໍສົ່ງກໍາລັງໃຈໄປເຖິງຜູ້ປະສົບໄພ ຂໍໃຫ້ພວກເຮົາອົດທົນສູ້ ຜ່ານສິກິດນີ້ໄປພ້ອມກັນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.