ອຸຕຸເຕືອນເຝົ້າລະວັງນ້ຳຖ້ວມຊຸ, ດິນເຈື່ອນຈາກຝົນຕົກໜັກຢູ່ແຂວງພາກເໜືອ, ພາກກາງ ໄລຍະວັນທີ 14-16 ມິຖຸນານີ້ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 14-20 ມິຖຸນາ 2021 ວ່າ: ໃນໄລຍະວັນທີ 14 – 16 ມິຖຸນານີ້ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອ
ຂອງປະເທດລາວ ສົມທົບກັບລົມມໍລະສູມຕາເວັນຕົກສ່ຽງໃຕ້ພັດປົກຄຸມຢູ່ທຸກພາກຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ
ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ. ຈາກນັ້ນໄລຍະວັນທີ 17 – 20 ມິຖຸນາ
2021 ອາກາດຈະຮ້ອນຂຶ້ນແລະ ສະພາບຝົນໂດຍທົ່ວໄປຈະມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກ
ກາງ ແລະ ພາກໃຕ້.ພ້ອມນີ້, ຍັງຄຳເຕືອນເພື່ອເຝົ້າລະວັງນໍ້າຖ້ວມຊຸ ແລະ ດິນເຈື່ອນ ໃນໄລຍະວັນທີ 14 – 16 ມິຖຸນາ 2021 ເນື່ອງຈາກຮ່ອງຄວາມກົດດັນ
ອາກາດຕໍ່າຈະພາດຜ່ານພາກເໜືອຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມຢູ່ທຸກພາກຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.
ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊູ ແລະ ນ້ຳປ່າໄຫຼຊຸແຮງ ທີ່ອາດຈະເກີດຂຶ້ນຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ. ຄາດຄະເນສະພາບອາກາດ ໃນແຕ່ລະພາກ