ຜົນການສຶກສາພົບວ່າ ບຸກຄົນທີ່ມັກເບິ່ງຮູບໂປ້ເປືອຍ ສ່ຽງມີຄວາມຈຳທີ່ສັ້ນກວ່າປົກກະຕິ ໃຜທີ່ມັກເບິ່ງໜັງໂປ້ໃຫ້ລະວັງ!
ກຸ່ມນັກວິທະຍາສາດແຫ່ງມະຫາວິທະຍາໄລ “ດຸຍສະບວກສ໌” ຂອງເຢຍລະມັນ ໄດ້ສຶກສາສ່ວນຂອງສະໝອງທີ່ຮັບຜິດຊອບຕໍ່ບົດບາດການເກັບຂໍ້ມູນໃນຈິດໃຈ ແລະ ຕ້ອງໃຊ້ຂໍ້ມູນດັ່ງກ່າວເພື່ອບັນລຸພາລະກິດຕ່າງໆ ທີ່ສຳຄັນຕໍ່ຄວາມເຂົ້າໃຈ, ການໃຊ້ຊີວິດ, ການແກ້ບັນຫາ ແລະ ການຕັດສິນໃຈ
ນັກວິໄຈໄດ້ດຳເນີນການສຶກສາຜູ້ຊາຍ 28 ຄົນ ໂດຍໃຫ້ເບິ່ງຮູບພາບຕ່າງໆລະຫວ່າງ ຮູບໂປ້ເປືອຍ ແລະ ຮູບບໍ່ໂປ້ໃນໄລຍະເວລາຕ່າງໆ. ພົບວ່າພວກເຂົາຈະເກີດຄວາມສັບສົນວ່າ ເຄີຍເບິ່ງຮູບໂປ້ດັ່ງກ່າວຕອນໃດ ຜິດຈາກພາບປົກກະຕິທຳມະດາ ທີ່ພວກເຂົາຈະສາມາດຈື່ໄດ້. ຄົນທີ່ເບິ່ງຮູບປົກກະຕິ ຈະຕອບຄຳຖາມໄດ້ຖືກເຖິງ 80% ທຽບກັບຜູ້ທີ່ເບິ່ງຮູບໂປ້ຈະຕອບຖືກໄດ້ພຽງ 67%