ສະຫຼະເວລາອ່ານ…!!! ຫ້າມເຮັດ 3 ສິ່ງອັບປະມົງຄຸນ “ຖ້າບໍ່ຢາກຈົນໄປຕະຫຼອດຊີວິດ” ດັ່ງຄຳບູຮານເພີ່ນກ່າວໄວ້

    0
    645

    ຄົນສ່ວນ​ຫຼາຍ​ມັກ​ຈະ​ຄິດ ຫຼື ກະທຳ​ສິ່ງ​ໃດ​ທີ່​ຈະບໍ່​ຄ່ອຍ​ຮູ້​ໂຕ​ພໍ​ເທົ່າ​ໃດ ​ໂດຍ​ສະ​ເພາະ​ແມ່ນ ວິທີ​ຄິດ ​ແລະ​ ພຶດຕິ​ກຳ​ຂອງ​ການ​ກະທຳ ທີ່​ນຳ​ໄປ​ສູ່​ວິທີ​ຄິດ​ແບບ​ລົບໆ, ຄິດ​ລົບ​ກັບ​ຕົນ​ເອງ ​ແລະ​ ຄິດ​ລົບ​ກັບ​ຄົນ​ອື່ນ ຫຼື

    ​ແມ່ນ​ກະ​ທັງ​ສິ່ງ​ຂອງ​ຕ່າງໆ ຄື ​ເງິນ, ດັ່ງນັ້ນ ຖ້າ​ຢາກ​ມີ​ເງິນ​ໃຫ້​ບໍ່​ຂາດມື ​ແລະ ​ມີ​ຄວາມສຸກ​ຕະຫຼອດ​ໄປ ຄວນ ຫຼີກລ່ຽງ 3 ສິ່ງ​ອັບ​ປະມົງ​ຄຸນ​ນີ້ ຊຶ່ງ​ຈະ​ມີ​ຫຍັງ​ແດ່​ມາ​ເບິ່ງ​ເລີຍ

    1 ຢ່າ​ເວົ້າຈາ​ບໍ່​ເປັນ​ມົງຄຸນ: ສິ່ງ​ນີ້​ຖ້າ​ເວົ້າ​ເຖິງ​ສຸພາສິດ​ບູຮານ​ຂອງ​ລາວ ຄົງ​ຈະ​ໜີ​ບໍ່ພົ້ນຄຳ​ວ່າ ​“ເວົ້າດີ​ມີ​ສີ​ແກ່​ຕົວ ​ເວົ້າຊົ່ວ​ພາ​ຕົວຫ​ມົ່ນ​ຫມອງ” ​ເພາະຄຳ​ເວົ້າຂອງ​ຄົນ​ເຮົາ​ປຽບ​ດັ່ງ​ດາບ​ສອງ​ຄົມ, ຖ້າ​ເວົ້າ​ໃນ​ສິ່ງ​ທີ່​ດີ​ກໍ່​ຈະ​​ເກີດ​ຜົນ​ປະ​ໂຫຍ​ດ ​ເຊັ່ນ​:

    ​ການ​​ເຮັດ​ທຸລະ​ກິດ ຖ້າ​ເວົ້າ​ແຕ່​ຄຳ​ວ່າ “ຫຼຸດ​ທຶນ, ຂາດທຶນ, ​ເຈັງ, ລົ້ມ ລະລາຍ ​ແລະ ​ອື່ນໆ” ​ພໍ​ເຮົາ​ເວົ້າ​ໃນ​ສິ່ງ​ລົບໆ ສິ່ງ​ເຫຼົ່າ​ນີ້​ກໍ່​ຈະ​ເຮັດ​ໃຫ້​ເຮົາ​​ບໍ່​ພົບກັບ​ຄວາມ​ຮຸ່ງ​ເຮືອງ​ໃນ​ຊີວິດ, ບໍ່​ປະສົບ​ຄວາມ​ສຳ​ເລັດ, ດັ່ງ​ນັ້ນ ຖ້າ​ຢາກ​ມີ​ເງິນ​ໃຊ້ບໍ່​ຂາດມື ຄວນ​ຫຼີກ​ລ່ຽງ​ຄຳ​ເວົ້າ​ເຫຼົ່າ​ນີ້

    2 ຢ່າ​ຄິດ​ເລື່ອງ​ທຸກ: ​ແນ່ນອນ​ຄວາມ​ຄິດ​ຂອງ​ຄົນ​ເຮົາ ຫາກ​ຄິດ​ໃນ​ສິ່ງ​ດີໆ​ກໍ​່ຈະ​ນາຳພາ​ສິ່ງ​ທີ່​ດີ​ເຂົ້າມາ​ໃນ​ຊີວິດ ບໍ່​ວ່າ​ຈະ​ເປັນ​ເລື່ອງ​ຂອງ​ການ​ງານ, ​ເງິນ​ຄຳ ​ແລະ ​ໂຊກ​ລາບ, ​ແຕ່​ເມື່ອ​ໃດ​ທີ່​ເຈົ້າຄິດ​ກ່ຽວ​ກັບ​ເລື່ອງ​ຫຍຸ້ງຍາກ ຫຼື ​ເລື່ອງ​ທຸກໆ ​ໂດຍ​ສະ​ເພາະ ຄຳ​ວ່າ

    “ບໍ່​ມີ​ເງິນ” ຫາກ​ຄິດ​ແບບ​ນີ້ ​ຕະຫຼອດ​ຊາດ​ເຂົ້າກໍ​ຈະບໍ່ມີ ເງິນ, ຫາ​ວຽກ​ກໍ​ຍາກ, ຫາ​ເງິນ​ກໍ​ລຳບາກ, ທຸລະ​ກິດ​ກໍ​ບໍ່​ກ້າວໜ້າ ມີ​ບັນຫາ​ຕະຫຼອດ ຈົນ​ເຖິງ​ຂັ້ນ​ຕ້ອງ​ປິດ​ກິດ ຈະການ ຖ້າ​ຫາກ​ເຈົ້າຍັງ​ບໍ່​ປ່ຽນ​ວິທີ​ຄິດ

    3 ຢ່າ​ຕັດ​ໂຊກ, ຕັດ​ລາບ​ຂອງ​ຕົນ​ເອງ: ພໍ​ມີ​ສິ່ງ​ດີໆ​ເຂົ້າມາ​ໃນ​ຊີວິດ ​ເຖິງ​ຈະ​ມີ​ເປັນ​ເລື່ອງ​ນ້ອຍໆ​ກໍ​ບໍ່​ຄວນ​ເບິ່ງ​ຂ້າມ ​ເພາະ​ນັ້ນຖື​ເປັນ​ໂຊກ​ລາບ​ຂອງ​ຕົນ​​ເອງ ​ແລະ ຢ່າ​ຄິດ​ວ່າ ​ເປັນ​ສິ່ງ​ທີ່​ນ້ອຍ​ແລ້ວ​ຈະ​ບໍ່​ສົນ, ທັງ​ເບິ່ງ​ຂ້າມ ​​ແລ້ວ​ໄປ​ຄອງ​ຄອຍ​ສິ່ງ​ໃຫຍ່ໆ​ທີ່​ມັນ​ບໍ່​ແມ່ນ​ຂອງ​ຕົນ​ເອງ ​

    ແຕ່​ຢ່າງ​ໃດ​ກໍ​ຕາມ ຖ້າ​ຢາກ​ລວຍ ຫຼື ມີ​ເງິນ​ໃຊ້​ແບບ​ບໍ່​ຂາດ​ມື ກໍ​ບໍ່​ຕ້ອງ​ລໍຖ້າ​ແຕ່​ວາດ​ສະໜາ ຫຼື ​ໂຊກ, ​ເພາະ​ສິ່ງ​ນີ້​ເຮົາ​ສາມາດ​ສ້າງ​ເອງ​ໄດ້ ​ແລະ ​ບໍ່​ຈຳ​ເປັນຕ້ອງ​ຄອງ​ບຸນ​ນ້ອຍ ຄອງ​ຄອຍ​ແຕ່​ວາດ​ສະໜາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.