ຜູ້ຊາຍເຈົ້າຊູ້ຢ້ານຜູ້ຍິງແບບໃດ…ສາວໆທີ່ມີແຟນເຈົ້າຊູ້ຕ້ອງອ່ານຖ້າຢາກເອົາເຂົາໃຫ້ຢູ່
ເວົ້າເລື່ອງນີ້ບໍ່ມີວັນຈົບຜູ້ຊາຍເຈົ້າຊູ້ນັບມື້ຈະຫນັກຂື້ນຕະຫຼອດໂດຍສະເພາະໂຕແສບທີ່ເຮົາຮັກສາວໜ້າໃສຫົວໃຈເບາະບາງຢ່າງເຮົາເລີຍຕ້ອງຮູ້ເອົາໄວ້ວ່າ
1ຜູ້ຊາຍເຈົ້າຊູ້ສ່ວນໃຫຍ່ເປັນຍ້ອນ…ພວກເຂົາຢາກລອງຂອງໃໝ່ໆຕ້ອງໃຫ້ເຂົາມີຍິງງາມລະດັບເທບມາເຊີຍຊົມແລ້ວຈະນາງງາມນາງຟ້າຕົວທອັບມາແຕ່ໃສກໍ່ຕາມແລ້ວໄດ້ມີອີ່ຫັຍງກັບເຈົ້າທຸກມື້ເອົາແຕ່ເດືອນໜຶ່ງ ຫຼື ເຕັ້ມທີ່ສອງເດືອນພວກເຂົາກໍ່ເບື່ອແລ້ວພໍຮູ້ວ່າຈະມາແບບໃດ ຫຼື ຮູ້ຈຸດແລ້ວບໍ່ມີອີ່ຫຍັງຕື່ນເຕັ້ນ ຫຼື ຢາກຄົ້ນຫາອິກຕໍ່ໄປ
2 ເວລາຜູ້ຊາຍອອກໄປກິນເຫຼົ້ານໍາໝູ່ເຫດພົນຫຼັກຄື
ຈະໄປຫາຍິງເບິ່ງຍິງເພາະຖ້າມັກກິນເຫຼົ້າແທ້ໆນັ່ງຢູ່ໃສກໍ່ໄດ້ບໍ່ຕ້ອງໄປບ່ອນທີ່ມີຜູ້ຍິງງາມດອກ!!
3ພວກເຂົາຢາກໂຊເທ້ແຂ່ງກັນເວລາໃຜຈີບຍິງໄດ້ອະແຮມ!ມຶງເກັ່ງ
4ຜູ້ຊາຍລັກເວົ້າດັງໆ ວ່າຖ້າຢາກຢູ້ນຳພວກເຂົາຍາວໆຄືຢ່າເອົາແຕ່ໃຈຂີ້ຮ້າຍ ແລະ ເຂົາບອກວ່າໂທນໍາໆພໍເລີຍບໍ່ເອົາ
5ຊາຍໜຸມ 90% ທີ່ເຮົາຖາມບອກເປັນສຽງດຽວກັນວ່າ ສິ່ງນີ້ຈະດຶງໃຫ້ຄົນສອງຄົນຢູ່ນໍາກັນໄດ້ກໍ່ຄືຄວາມຮັກຄວາມດີຄວາມເອື້ອອາດຕໍ່ກັນ ແລະ ຄວາມຜູກພັນເທົ່ານັ້ນລະ
6 “ໝູ່ຄົນໝຶ່ງເວລາຢູ່ເຮືອນຢ້ານເມຍຫຼາຍ ເມຍເວົ້າຄໍາໃດຄໍານັ້ນເມຍຮ້າຍຫຼາຍແຕ່ພໍອອກນອກເຮືຶອນກາຍເປັນຄົນລະຄົນເລີຍຂີ້ດື້ຈີບຜູ້ຍິງໄປທົ່ວເມຍບໍ່ເຄີຍຮູ້ໝູ່ໆຕ້ອງຊວ່ຍກັນປິດຄືຖ້າເມຍຮູ້ໝູ່ຕາຍແທ້’’ ອ້າຍ ຕ.ເວົ້າເຖິງໝູ່ສະນິດໃຫ້ເຮົາຟັງລາວບອກວ່າທີ່ໝູ່ຄົນນີ້ຍັງຢູ່ນໍາເມຍກໍເພາະວ່າ’’ຜ່ານອີ່ຫຍັງມານໍາກັນທຸກມາຫຼາຍລາວຮູ້ແລ້ວວ່າເຂົາມີຄວາມດີຫຍັງແດ່ແຕ່ດວ້ຍນິດໄສຂີ້ເບື່ຶອເລີຍຫາຄວາມສຸກໄປຕະຫຼອດ’’
7 ບໍ່ໝ້າເຊື່ອວ່າຜູ້ຊາຍໄປຫຼິ້ນສ່ວນຫຼາຍ ຈະມີແຟນແລ້ວ
ແຕ່ທີ່ເຂົາຍັງຫຼິ້ນກໍຄື…’’ຕາມພາສາອາຍຸເຮັດວຽກຫັ້ນແລະຢູ່ໃສ່ຜູ້ຍິງງາມ ຍິງເດັກພວກຂອ້ຍຈະໄປເມິດພວກເຮົາມີແຟນເມິດທຸກຄົນແລ້ວແຕ່ບອກແຟນບໍ່ເມິດວ່າເຮົາເຮັດຫຍັງແດ່’’
8 ທັນທີ່ຜູ້ຍິງທຽວຖາມຫຼາຍວ່າພວກເຂົາໄປໃສກັນ ເຮັດອີ່ຫຍັງຫຼືຖ້າໝັກຄືເຈົ້າຂັບລົດນໍາໄປລັກເບິ່ງ ອາການແບບນີ້ພວກຜູ້ຊາຍຈະເອີ້ນວ່າ “ຜູ້ຍິງຂີ້ເຫງົາ’’ ແບບວ່າເວົ້າບໍ່ຮູ້ເລື່ອງແລະພວກເຂົາກໍບໍ່ໄຫວອາດຈະເລີກໄປເລີຍແຕ່ຜູ້ຍິງກໍຖາມວ່າແລ້ວເປັນຫຍັງຈຶ່ງເຮັດໂຕໃຫ້ໝ້າສົງໄສເຮັດຫຍັງ!
9 ທໍາມະຊາດຂອງຜູ້ຊາຍຄວາມຈິງຄື…ພໍພວກເຂົາເຫັນຜູ້ຍິງງາມໆກໍກະດິ້ກກະດ້າຢາກຮູ້ຈັກຢາກລອງເວົ້າແຕ່ກໍບໍ່ໄດ້ໝາຍຄວາມວ່າຈະຕອ້ງຢາກໄດ້ເປັນແຟນທຸກຄົນພວກເຂົາຮູ້ວ່າບາງທີມາຄົບກັນອາດຈະເຂົ້າກັນໄດ້ຄືກັນ
10 ແລະມີອີກດ້ານຂອງຜູ້ຍິງທີ່ເຮົາບໍ່ຮູ້ ຊາຍໝຸ່ມເຂົາຈະມາບອກວ່າ”ດຽວນີ້ຜູ້ຍິງຄິດປ່ຽນໄປແລ້ວບ່າງຄົນຍິ່ງຮູ້ວ່າມີແຟນແລ້ວຍິ່ງຢາກໄດ້ມັນເໝືອນຢາກເອົາຊະນະຄິດວ່າຂ້ອຍເຮັດໃຫ້ເຂົາເລິກກັນໄດ້ແລ້ວຂ້ອຍຕ້ອງເຈັງ’’ ນີ້ເອງ! ອາດເຮັດໃຫ້ຜູ້ຊາຍມີກິກກັນຫຼາຍ
11 ຄົນທີ່ຂ້ອຍຈະຄົບແລ້ວຢູ່ນໍາເຂົາໄດ້ແທ້ໆ ໜຶ່ງໃນໜຸ່ມເຂົາເຈົ້າຊູ້ໂຕພໍ່ບອອກວ່າ “ເຈົ້າຕ້ອງມີອີ່ຫັຍງທີ່ຂ້ອຍຮູ້ສຶກວ່າເກງໃຈບໍ່ວ່າຈະດ້ວຍວິທີໃດກໍ່ຕາມກຄືງ່າຍໆເຈົ້າເອົາຂ້ອຍຢູ່ສໍ່ານັ້ນແລວ້’’
12 ຜູ້ຊາຍທີ່ມາຈາກໂຮງຮຽນຊາຍລ້ວນສ່ວນໃຫຍ່ເຂົາຈະມີລະບົບລຸ້ນອ້າຍລຸ້ນນ້ອງເຊື່ອກັນຜິດໆເປັນປະເພນີເຮັດໃຫ້ຜູ້ຊາຍຫຶກເຫີມ ແລະ ຄິດວ່າເລື່ອງເຈົ້າຊູ້ບໍ່ແປກຫັຍງ
13 ຄວາມຕ່າງຂອງຜູ້ຊາຍເຈົ້າຊູ້ແລະຜູ້ຍິງເຈົ້າຊູ້ຄື
ຜູ້ຊາຍເຈົ້າຊູ້ມັກມີຜູ້ຍິງໃນໃຈ1ຄົນທີ່ເຂົາຮັກສະເໝີແຕ່ຜູ້ຍິງເຈົ້າຊູ້ບໍ່ມີໃຜໃນໃຈເຂົາບໍ່ຮັກໃຜເລີຍແທ້ໆ
14 ຜູ້ຊາຍທີ່ຕອ້ງລະວັງທີ່ສຸດຄືຄົນທີ່ມີເມຍເລີກກັບເຂົາມີລູກນໍາກັນແລະເຂົາບໍ່ສົນໃຈລູກບໍ່ເບິ່ງແຍງເມຍອີກເລີຍແຖມດ່າມ່າໃຫ້ເຈົ້າອີຕົນວ່າເມຍເຂົາບໍ່ດີແນວໃດແດ່
15 ຢູ່ກັບຜູ້ຊາຍເຈົ້າຊູ້ແບບເປັນນິໄສກຽມໃຈໄວເລີຍ
ຄົບກັບເຂົາ 5ປີເຈົາຈະໄດ້ເຫັນຄູ່ກໍລະນີທີ່ຈັບໄດ້ອີກເກືອບ10ນາງແລະທີ່ຈັບບໍໄດ້ອີກເປັນ10ຄືກັນ
ຜູ້ຊາຍເຈົ້າຢ້ານຜູ້ຍິງທີ່…
ງຽບ:ເຂົາວ່າງຽບສຽບສະຍົບຄວາມເຄື່ອນໄຫວທີ່ແທ້ຈິງ ແລະ ທີ່ຢ້ານທີ່ສຸດຄືພວກເຂົາເຮັດໃຫ້ເຮົາຮູ້ວ່າ “ຂ້ອຍຮູ້ນະວ່າເຈົ້າໄປໃສເຮັດຫັຍງກັບໃຜ’’ ແຕ່ເຂົານິ້ງຫຼາຍ ບໍ່ດາ ບໍ່ວ່າຜູ້ຊາຍທຸກຄົນຢ້ານຜູ້ຍິງແບບນີ້ ເພາະພວກເຂົາບໍ່ຮູ້ວ່າສີມາແບບໃດ
ຮ້າຍ:ໃນທີ່ນີ້ບໍ່ໄດ້ໝາຍຄວາມວ່າການໂທດ່າ ຫຼື ຂັບລົດຕາມຕິດ ແຕ່ເບິ່ງແບບໂຫດເຊັ່ນ ລັອກເຮືອນບໍ່ໃຫ້ເຂົ້າ ບໍ່ເວົ້ານຳເລີຍປະມານ 3 ມື້ ເຫັນເຂົາເປັນອາຄາດໂທລົມກັບໝູ່ເຂົາແບບບໍ່ຮູ້ສຶກວ່າເຂົາມີຕົວຕົນ
ດີ:ອັນນີ້ຄືດີທີ່ສຸດຂອງທີ່ສຸດແລ້ວ ຕໍ່ໃຫ້ເຈົ້າຊູ້ໃຫ້ຕາຍແນວໄດກໍ່ຈະມາຈົບຊີວິດລົງທີ່ຄໍານີ້ເລີຍ ແຕ່ຕ້ອງດີໃຫ້ເຖິງຈຸດເຊັ່ນ ເອົາໃຈໃສບໍ່ເຄີຍປ່ຽນ ອ່ອນໂຍນລໍາບາກມານໍາກັນບໍ່ເຄີຍຮ້າຍອີກຝ່າຍງອນສ່ໍາໄດເຂົາກໍ່ຍັງຢູ່ອັນນີ້ບໍ່ວ່າຈະໄປໃສກໍ່ຈະກັບມາທຸກລາຍ
ເກັງ:ຜູ້ຍິງເກັງຕັ້ງແຕ່ຄວາມສາມາດສ່ວນຕົວວຽກເຮືອນ ງານນອກເຮືອນ ງານອະນິເລດ ຈົນໄປເຖິງເລື່ອງເຊັກ ພວກເຂົາຈະຫາໃຜເປັນແບບເຂົາບໍ່ມີອິກແລ້ວ ແລະ ຜູ້ຊາຍທີ່ມີນິດໃສຄືກັນບໍ່ມັກມີພາລະຂີ້ຄ້ານຜູ້ຍິງທີ່ເກັງເຮັດໃຫ້ເຂົາຮູ້ວ່າເຈົ້າຊ່ວຍຫັຍງເຂົາໄດ້ແທ້ !