ໃນວັນທີ 13-14 ມິຖຸນາ 2021 ໄດ້ມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ໄດ້ເຮັດໃຫ້ແມ່ນໍ້າຮຸ່ງ ບວກກັບນໍ້າຫ້ວຍຮ່ອງຄອງບຶງສາຍຕ່າງໆໄຫຼເຂົ້າຖ້ວມຕົວເມືອງ ໄຊຍະບູລີ, ເປັນຕົ້ນແມ່ນເຂົ້າຖ້ວມບ້ານເຮືອນ, ຮ້ານຄ້າ, ຕະຫຼາດ, ໂຮງຮຽນ ແລະ ພື້ນທີ່ທໍາການຜະລິດຂອງປະຊາຊົນທົ່ວເມືອງ ໄຊຍະບູລີ.ຕໍ່ກັບສະພາບການນໍ້າ
ຖ້ວມດັ່ງກ່າວທາງເຈົ້າໜ້າທີ່ ທະຫານ ແລະ ຕໍາຫຼວດ ແຕ່ລະກົມກອງກໍໄດ້ໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນເບື້ອງຕົ້ນ, ດ້ວຍການຂົນເຄື່ອງຂອງຕ່າງໆອອກຈາກເຮືອນ
ໄປໄວ້ທີ່ສູງ, ໂດຍສະເພາະແມ່ນລົດລາງພາຫະນະ, ເຄື່ອງໃຊ້ໄຟຟ້າ, ສັດສາວາສິ່ງ ແລະ ອື່ນໆ ທີ່ມີຄວາມຈໍາ.ນອກນັ້ນ ປະຊາຊົນບາງຄອບຄົວກໍໄດ້ນໍາເອົາເປົາດິນລຽນໃສ່ໜ້າບ້ານເພື່ອປ້ອງກັນບໍ່ໃຫ້ນໍ້າເຂົ້າໃນເຮືອນ, ສໍາລັບມູນຄ່າການເສຍຫາຍແມ່ນພາກສ່ວນກ່ຽວຂ້ອງກໍາລັງເລັ່ງເກັບກໍາຂໍ້ມູນ ແລະ ຈະລາຍງານໃຫ້ຮູ້ພາຍຫຼັງ.
ຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນເຮັດໃຫ້ແມ່ນຳ້ສາຍຕ່າງໆໄຫຼເຂົ້າຖ້ວມຕົວເມືອງ ໄຊຍະບູລີ
ຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນເຮັດໃຫ້ແມ່ນຳ້ສາຍຕ່າງໆໄຫຼເຂົ້າຖ້ວມຕົວເມືອງ ໄຊຍະບູລີ