ການລັກລອບເຂົ້າ ສປປ ລາວຈາກປະເທດເພື່ອນບ້ານ ທີ່ພວມມີການລະບາດຂອງພະຍາດໂຄວິດ-19 ເປັນປັດໄຈສ່ຽງໜຶ່ງທີ່ອາດເຮັດໃຫ້ມີການລະບາດຮອບໃໝ່ໃນ ສປປ ລາວ. ການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ, ທຸກສາຂາອາຊີບ,
ທຸກເພດ ແລະ ທຸກໄວ ໃນການສະກັດກັ້ນ ແລະ ລາຍງານການລັກລອບເຂົ້າປະເທດທີ່ຜິດກົດໝາຍຂອງບຸກຄົນໃດໜຶ່ງ ຫລື ກຸ່ມຄົນໃດໜຶ່ງຕໍ່ເຈົ້າໜ້າທີ່ ເປັນອີກໜຶ່ງທາງທີ່ຈະຊ່ວຍຫລຸດຜ່ອນ.
ຄວາມສ່ຽງຕໍ່ການເກີດການລະບາດຮອບໃໝ່ໃນປະເທດເຮົາໄດ້. ເພື່ອເຮັດໃຫ້ມີການສູນເສຍໜ້ອຍທີ່ສຸດ ແລະ ເຮັດໃຫ້ປະເທດຂອງເຮົາໄດ້ກັບຄືນມາສູ່ສະພາບປົກກະຕິໂດຍໄວ ທຸກພາກສ່ວນຕ້ອງຮ່ວມແຮງຮ່ວມໃຈກັນ.