ອີຕາລີ ສັ່ງຢຸດນຳໃຊ້ແອສຕຣາເຊເນກ້າກັບຄົນອາຍຸຕ່ຳກວ່າ 60 ປີ

    0
    684

    ອີຕາລີ ສັ່ງຢຸດນຳໃຊ້ແອສຕຣາເຊເນກ້າກັບຄົນອາຍຸຕ່ຳກວ່າ60ປີ ຂປລ.ສຳນັກ​ຂ່າວ ຣອຍ​ເຕີ ລາຍ​ງານ​ຈາກ ​ນະຄອນຫລວງ​ ໂຣມ,​ວັນ​ທີ 11ມິຖຸນາ2021,ອີ​ຕາ​ລີ ມີ​ຄຳ​ສັ່ງ​ ໃຫ້​ຢຸດ​ການ​ນຳ​ໃຊ້ ວັກ​ຊິນ ​ປ້ອງ​ກັນ ພ ະ ຍ າ ດ ໂ ຄ ວ ິ ດຂອງ​ແອ​ສຕຣາ​ເຊ​ເນ​ກ້າ ​ຫລັງ​ຈາກ ມີ​ຜູ້ຍິງ​ອາຍຸ 18ປີ ​ເສຍ​ຊີວິດ​ ຈາກ​ອາການ​ ຫລອດ​ເລືອດ​ ອຸດ​ຕັນ ຊະນິດ

    ​ຫາ​ຍາກ ຫລັງ​ໄດ້​ຮັບ​ວັກ​ຊິນ ​ດັ່ງກ່າວ​ໃນ​ວັນ​ທີ25​ພຶດສະພາ ​ຜ່ານ​ມາ.​ໃນ​ໂອກາດ​ນີ້ ທ່ານ ຟຣາ​ນ​ເຊ​ສ​ໂກ ຟີ​ກລີ​ວ​ໂອ​ໂລ,ກຳມາ​ທິການ ​ພິ​ເສດ​ ໂຄ​ວິດ-19ຂອງ​ອີ​ຕາ​ລີ​ ກ່າວ​ວ່າ: ວັກ​ຊິນ ​ແອ​ສຕຣາ​ເຊ​ເນ​ກ້າ ຈະ​ໃຊ້​ກັບ​ບຸກຄົນ ​ທີ່​ມີ​ອາຍຸ​ເກີນ 60ປີ​ຂຶ້ນ​ໄປ ​ເທົ່າ​ນັ້ນ.ຂະນະ​ທີ່ ໜ່ວຍ​ງານ ຄວບ​ຄຸມ ​ຄວາມ​ປອດ​ໄພ ດ້ານ​ການ​ຢາ​ ຂອງ​

    ອັງກິດ ລະບຸ​ວ່າ: ພົບ​ກໍລະນີ ຫລອດ​ເລືອດ​ ອຸດ​ຕັນ​ແລ້ວ 242 ກໍລະນີ ຫລັງ​ມີ​ການ​ໃຊ້​ ວັກ​ຊິນ​ ແອ​ສຕຣາ​ເຊ​ເນ​ກ້າ ​ໄປ 28,5 ລ້ານ​ໂດ​ສ./.
    ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.