ແຈ້ງບ້ານແດງ ເຂດບ້ານດອນແດງມີຜູ້ ຕິດເ ຊ ື ້ ອ ພ ະ ຍ າ ດ ໂ ຄ ວິ ດ 2 ຄົນ

    0
    685

    13/06/2021 ບ. ດອນແດງ ມ. ຈັນທະບູລີ ຂ. ນະຄອນຫຼວງວຽງຈັນ ແຈ້ງການເຖີງປະຊາຊົນບ້ານດອນແດງຂອງພວກເຮົາໃຫ້ຮັບຊາບພ້ອມກັນວ່າປະຈຸບັນບ້ານດອນແດງຂອງພວກເຮົາມີຜູ້ຕິດເ ຊ ື ້ ອ ພ ະ ຍ າ ດ ໂ ຄ ວິ ດ ຈຳນວນ 2 ລາຍເປັນເພດຍິງ ແລະ ຈະມີການປິດເສັ້ນທາງແຕ່ປະຕູໂຂງວັດຈົນໄປຮອດປາກທາງໃຫຍ່ເປັນເວລາຈຳນວນ 14 ວັນຕະຫຼອດ 24 ຊົ່ວໂມງ ຫຼືອາດຈະຫຼາຍກວ່ານັ້ນຂື້ນຢູ່ກັບສະຖານະການ ແລະ ທາງຂັ້ນເທິງຊີນຳມາຈື່ງຈະໄດ້ຂໍໃຫ້ພໍ່ແມ່ປະຊາຊົນຫຼີອລ້ຽງ

    ເສັ້ນທາງດັ່ງກ່າວເພື່ອໄປສັນຈອນເສັ້ນທາງອື່ນແທນ ຫຼື ໃຫ້ເວັ້ນອອກທາງຊ້າຍໄປອອກຮ່ອມ 5 ຂ້າງຫ້ອງການບ້ານກໍ່ໄດ້ ແລະ ຮ່ອມອື່ນໆທີ່ສາມາດສັນຈອນໄດ້ຕາມປົກກະຕິ ດັ່ງນັ້ນຈື່ງຂໍຮ້ອງມາຍັງພໍ່ແມ່,ປະຊາຊົນ,ຫ້າງຮ້ານ,ບໍລິສັດ,ຫົວໜ່ວຍທຸລະກິດ ທີ່ຢາກຈະຊຸກຍູ້ເຂົ້າສານອາຫານແຫ້ງ,ນ້ຳກິນ,ອາຫານຕ່າງໆ,ຫຼືອາດຈະເປັນເງິນເຂົ້າໃນການປ້ອງການເວນຍາມກໍ່ສາມາດເຂົ້າມາໄດ້ຕະຫຼອດເວລາ ຫຼືໂທຫາທ່ານນາຍບ້ານເພື່ອສອບຖາມຂໍ້ມູນຕ່າງໆ ເບີໂທ : 02058950099 ຂໍຂອບໃຈທຸກໆ

    ທ່ານ ແລະ ຂໍອາໄພໃນຄວາມບໍ່ສະດວກຂໍຂອບໃຈ ຢ່າລືມກົດໄລ ກົດແຊ ກົດຕຶດຕາມ ເພື່ອເປັນກໍາລັງໃຈໃຫ້ຫ້ອງການບ້ານ ອ້າຍນ້ອງ ປ.ກ.ຊ ປ.ກ.ສ ເຈົ້າໜ້າທີ່ ທະຫານ ຕຳຫຼວດ ແລະ ຂັ້ນເທີງດ້ວຍ saveດອນແດງຂໍຄວາມກະລຸນາແຊຄອມເມັ້ນດ້ວຍຄວາມລະມັດລະວັງເພຈນີ້ສ້າງຂື້ນມາເພື່ອແຈ້ງຂ່າວສ່ານຕ່າງໆທີ່ເກິດຂື້ນໃຫ້ລູກບ້ານດອນແດງຂອງພວກເຮົາໄດ້ຮັບຮູ້ຮັບຟັງເທົ່ານັ້ນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.